ທ່ານນາຍົກຕ້ອນຮັບລັດຖະມົນຕີ ການຄ້າຂອງອາເມລິກາ
ໃນຕອນເຊົ້າວັນທີ 29 ກັນຍາ 2017
ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ທອງລຸນ ສີສຸລິດ
ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການຢ້ຽມຂໍ່ານັບທ່ານWilbur Ross ລັດຖະມົນຕີກະຊວງການຄ້າປະເທດສະຫະລັດອາເມລິກາ
ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.
ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ຂອງຄະນະທ່ານລັດຖະມົນຕີກະຊວງການຄ້າ ສະຫະລັດອາເມລິກາ ໃນຄັ້ງນີ້ຖືວ່າເປັນການປະກອບສ່ວນເສີມຂະຫຍາຍການພົວພັນຮ່ວມມື ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ທັງເປັນການຈັດຕັ້ງຜັນຂະຫຍາຍການຮ່ວມມື ຂອງສອງປະເທດ ໃຫ້ມີໝາກມີຜົນ ແລະ ປະສິດທິພາບສູງຂຶ້ນເລື້ອຍໆ.

ເຊິ່ງໃນໄລຍະຜ່ານມາ ການມາຢ້ຽມຢາມ ສປປ ລາວ ຂອງອະດີດປະທານາທິບໍດີ ໂອບາມາ (Obama)ໃນປີ2016 ໄດ້ເປີດສັງກາດໃໝ່ ໃນການພົວພັນຮ່ວມມື ລະຫວ່າງ ລາວ-ອາເມລິກາ ແລະ ໄດ້ມີຖະແຫຼງການຮ່ວມ ທີ່ມີເຈດຈໍານົງ ກ່ຽວກັບການຍົກລະດັບເປັນຄູ່ຮ່ວມມືແບບກວມລວມ.ພ້ອມດຽວກັນນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນໄລຍະຜ່ານມາ ໃຫ້ທ່ານລັດຖະມົນຕີກະຊວງການຄ້າ ສະຫະລັດອາເມລິກາ ໄດ້ຮັບຊາບ ພ້ອມທັງ ອວຍພອນໃຫ້ຄະນະຈົ່ງປະສົບຜົນສຳເລັດ ໃນການເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້.
ໃນໂອກາດດຽວກັນ, ທ່ານWilbur Rossກໍ່ໄດ້ສະແດງຄວາມຂອບໃຈເປັນຢ່າງສູງມາຍັງທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ທີ່ໄດ້ສະຫຼະເວລາອັນມີຄ່າ ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ແລະ ຖືໂອກາດນີ້ ແຈ້ງຈຸດປະສົງຂອງການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃຫ້ທ່ານນາຍົກລັດຖະມົນຕີຊາບ ໂດຍສະເພາະແມ່ນ ຜົນການເຮັດວຽກຮ່ວມກັບກະຊວງອຸດສາຫະກໍາ ແລະ ການຄ້າ ຂອງ ສປປ ລາວ.

Post a Comment