ຣັດເຊຍເຕືອນ ທຣໍ້າແລະຄິມ ຢຸດການກະທໍາຄືເດັກອານຸບານ(ຊົມວີດີໂອ)


ລັດຖະມົນຕີວ່າຕ່າງປະເທດຣັດເຊຍກ່າວວ່າປະທານາທິບໍດີສະຫະລັດແລະຜູ້ນໍາສູງສຸດເກົາຫຼີເໜືອຄວນຢຸດສະແດງພຶດຕິກໍາ ຄືເດັກອານຸບານແລ້ວເຈລະຈາກັນເພື່ອບໍໃຫ້ສະຖານະການລຸກລາມໄປຫຼາຍກວ່ານີ້


ສໍານັກຂ່າວຕ່າງປະເທດລາຍງານຈາດນະຄອນນິວຢອກປະເທດສະຫະລັດອາເມຣິກາໃນວັນທີ່ 22 ກັນຍາ ວ່າ ທ່ານ ເຊີເກລາຟຣໍຟ ລັດຖະມົນຕີວ່າຕ່າງປະເທດຣັດເຊຍ ກ່າວໃນວັນສຸກທີ່ຜ່ານມາວ່າປະຊາຄົມໂລກຕ້ອງຊ່ວຍກັນຢັບຢັ້ງ ຄົນຫົວຮ້ອນສອງຄົນ ເຊິ່ງຜິດກັນປານເດັກນ້ອຍອານຸບານ ດ້ວຍການເຮັດສົງຄາມປະສາດແລະສົງຄາມນໍ້າລາຍສາດໂຄລນໄປມາ ຈື່ງຢູ່ທີ່ທຸກຝ່າຍບໍຄວນເມີນເສີຍຕໍ່ກິດຈະກໍາທາງທະຫານຂອງເກົາຫຼີເໜືອ ແຕ່ກໍບໍ່ສາມາດໃຫ້ເກີດສົງຄາມໃນແຫຼມເກົາຫຼີ ໂດຍລາຟຣໍຟ ສະເໜີວ່າ ປະເທດທີ່ເປັນກາງໃນຢູໂຣບຄວນຈະເຂົ້າມາເຮັດໜ້າທີ່ຜູ້ໄກເກ່ຍຕາມແນວທາງການທູດ


ທ່ານ ເຊີເກລາຟຣໍຟ ລັດຖະມົນຕີວ່າຕ່າງປະເທດຣັດເຊຍ 


ຄວາມຄັດແຍ້ງໃນແຫຼມເກົາຫຼີມີຄວາມຕຶງຄຽດຫຼາຍຂື້ນໃນວັນສຸກທີ່ຜ່ານມາ ເມື່ອປະທານາທິບໍດີໂດນັລ ທຣໍ້າ ກ່າວເຖິງ ຄິມຈອງ-ອຶນ ວ່າເປັນຄົນບ້າ ທີ່ບໍ່ລັງກຽດການປ່ອຍໃຫ້ປະຊາຊົນຕ້ອງອົດຢາກຫຼືກະທັ່ງຂ້າພົນລະເມືອງຂອງຕົນເອງ ແລະ ຄິມຈອງ-ອຶນ ຈະຕ້ອງພົບບົດທົດສອບ ໃນແບບທີ່ບໍເຄີຍເກີດຂື້ນມາກ່ອນ ຫຼັງຈາກນັ້ນຜູ້ນໍາເກົາຫຼີເໜືອກ່າວວ່າ ໝາໂຕໜຶາງເຫົ່າດັງ ແລະຜູ້ນໍາ ສະຫະລັດເສຍສະຕິທີ່ຄວບຄຸມຕົວເອງບໍ່ໄດ້ ດ້ວຍການກ່າວເທິງເວທີ່ສະມັດຊາໃຫຍ່ສະຫະປະຊາຊາດ ດູຖູກປະເທດຂອງລາວຕໍ່ໜ້າປະຊາຄົມໂລກ ເຊິ່ງເກົາຫຼີເໜືອຖືເປົັນຄໍາປະກາດສົງຄາມ

ຊົມວີີໂອ:

ไม่มีความคิดเห็น