ເກົາຫຼີເໜືອຂູ່ ຈະສືບຕໍ່ທົດລອງລະເບີດ H ຕອບໂຕ້ມາດຕະການຄວໍ່າບາດຂອງສະຫະລັດ


(VOVWORLD) -ວັນທີ 22 ກັນຍາ, ທ່ານ Ri Yong hoລັດຖະມົນຕີການຕ່າງປະເທດສປປ.ເກົາຫຼີ  ຖືວ່າ ສປປ.ເກົາຫຼີ ອາດຈະຜັນຂະຫຍາຍການທົດລອງ ລະເບີດ H ມີກຳລັງທຳລາຍແຮງທີ່ສຸດຢູ່ມະຫາສະມຸດປາຊີຟິກ ເພື່ອເປັນປະຕິກິລິຍາ “ຢູ່ໃນລະດັບສູງສຸດ” ຕໍ່ອາເມລິກາ.



ຄຳຖະແຫຼງດັ່ງກ່າວຂອງທ່ານ Ri Yong ho ມີຂຶ້ນພາຍຫຼັງການນຳສປປ.ເກົາຫຼີ ຄິມ ຈອງອຶນ ໃຫ້ຮູ້ວ່າ: ພວມຊັ່ງຊາບັນດາການກະທຳແຮງທີ່ສຸດເພື່ອ ແນໃສ່ໂຕ້ຕອບການນາບຂູ່ຂອງທ່ານປະທານາທິບໍດີອາເມລິກາ ໂດໂນ ທຣຳ ທີມີຕໍ່ປະເທດນີ້ ທີ່ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ນິວຢອກ, ປະເທດອາເມລິກາ.




ທ່ານລັດຖະມົນຕີ Ri Yong ho ຢືນຢັນວ່າ “ນີ້ອາດຈະແມ່ນເຫດທົດລອງລະເບີດ H ໃຫຍ່ກວ່າໝູ່ຢູ່ມະຫາສະມຸດປາຊີຟິກ”, ແຕ່ຍັງບໍ່ທັນຮູ້ແຈ້ງວ່າ ການນຳ  ຈະອອກຄຳສັ່ງປະຕິບັດການກະທຳດັ່ງກ່າວຄືແນວໃດ.

ກ່ອນໜ້ານັ້ນ, ການນຳສປປ.ເກົາຫຼີ  ຄິມ ຈອງອຶນຢືນຢັນວ່າ ບັນດາຄຳນາບຂູ່ຂອງທ່ານປະທານາທິບໍດີ ທຣຳ ໄດ້ພາໃຫ້ທ່ານເຊື່ອໝັ້ນວ່າ ໂຄງການນິວເຄຼຍຂອງພຽງຢ່າງ ແມ່ນ “ເສັ້ນທາງທີ່ຖືກຕ້ອງ”.

ไม่มีความคิดเห็น