ກວດພົບເກົາຫຼີເໜືອກຽມຍິງຂີປະນາວຸດອີກຄັ້ງ


ສໍານັກຂ່າວຕ່າງປະເທດລາຍງານຈາກກຸງໂຊ ປະເທດເກົາຫຼີໃຕ້ ໃນວັນທີ່ 30 ກັນຍາວ່າ ສະຖານີໂທລະພາບເຄບີເອສຂອງເກົາຫຼີໃຕ້ລາຍງານໃນວັນສຸກທີ່ຜ່ານມາໂດຍອ້າງຈາກແຫຼ່ງຂ່າວກອງວ່າ ກວດພົບການເຄື່ອຍ້າຍຂີປະນາວຸດຂອງເກົາເໜືອຈາກໂຮງເກັບລູກສອນໄຟຂອງສູນວິໄຈແລະພັດທະນາຂີປະນາວຸດເກົາຫຼີເໜືອໃນກຸງປຽງຢາງ ຄາດວ່າກຽມຍິງເພື່ອຍຸກແຍ່ອີກ ແຕ່ລາຍງານບໍ່ໄດ້ບອກວ່າການເຄື່ອນຍ້າຍຂີປະນາວຸດເກີດຂື້ນເມື່ອໃດແລະຍ້າຍໄປສະຖານທີ່ໃດ

ຂີປະນາວຸດດັ່ງກ່າວອາດຈະເປັນພິໄສປານກາງຮວາຊອງ-12ຫຼືອາດຈະເປັນຂີປະນາວຸດຂ້າມທະວີບຊອງ-14 ຕາມການລຍງານຂ່າວດັ່ງກາວ
ແນວໃດກໍ່ຕາມແຫຼ່ງຂ່າວກະຊວງປ້ອງກັນປະເທດເກົາຫຼີໃຕ້ ກ່າວວ່າ ຍັງບໍສາມາດຢືນຢັນລາຍງານຂ່າວດັ່ງກ່າວໄດ້ ເກົາຫຼີເໜືອອາດຈະກະທໍາການຍຸກແຍ່ດ້ວຍການຍິງຂີປະນາວຸດໃນໂອກາດໃກ້ວັນຄົບຮອບວັນສ້າງຕັ້ງພັ ກຄອມມິວນິວເກົາຫຼີເໜືອໃນວັນທີ່  ຕຸລາ ຫຼືອາດຈະເປັນວັນດຽວທີ່ພັກຄອມມິວນິວຈີນຈັດປະຊຸມໃຫຍ່ໃນວັນທີ່18ຕຸລານີ້


ສ່ວນທີ່ກຸງປັກກິ່ງ ທ່ານ ເຣັກຊຼ ທິລເລີຣ໌ສັນ ລັດຖະມົນຕີຕ່າງປະເທດສະຫະລັດໄດ້ພົບເຈລະຈາກັບທ່ານ ຫວັງ ອີ້ ລັດຖະມົນຕີຕ່າງປະເທດຈີນ ເຊິ່ງປະເດັນກໍ່ຄືການຢັບຢັ້ງໂຄງການນິວເຄຣຍເກົາຫຼີເໜືອໃນຖານະຈີເປັນປະເທດພັນທະມິດຂອງເກົາຫຼີເໜືອ ລວມທັງເຈລະຈາເລື່ອງການເດີນທາງມາຢາມຈີນຂອງປະທານາທິບໍດີໂດນັລ ທຣ້ໍາ ແຫ່ງສະຫະລັດໃນເດືອນພະຈິກນີ້ 

ไม่มีความคิดเห็น