ຕັດອິດສະລະພາບ 2 ຈໍາເລີຍ ຖານຄ້າຂາຍຢາເສບຕິດ
ໃນທ້າຍອາທິດຜ່ານມາ, ຄະ ນະສານອາຍາສານປະຊາຊົນຂັ້ນຕົ້ນ
ແຂວງອຸດົມໄຊ ນຳເອົາສຳນວນ ຄະດີຄ້າຂາຍຢາ ເສບຕິດ 2 ເລື່ອງ ມີຈຳເລີຍ 2 ຄົນ; ເລື່ອງທີ 1 ຊື່ທ້າວ ພອນໄຊ ຫຼື ເຮີ ອາຍຸ 28 ປີ ຢູ່ບ້ານນາແສນຄຳ ເມືອງໄຊ ແລະ ເລື່ອງທີ 2 ຈຳເລີຍຊື່ທ້າວ ທ້າວ ເຢຍເຮີ ອາຍຸ 28 ປີ ຢູ່ບ້ານ ຮອງທູ ເມືອງງາ ທັງສອງຢູ່ແຂວງ
ອຸດົມໄຊ ຂຶ້ນພິຈາລະນາເພື່ອຕັດສິນຕາມກົດໝາຍ.
ໃນສໍານວນຄະດີ
ຈຳເລີຍ 1 ຊື່ທ້າວ ພອນໄຊ
ໄດ້ສາລະພາບວ່າ: ໄດ້ລັກລອບຊື້-ຂາຍຢາເສບຕິດແທ້, ຜ່ານມາແມ່ນ
ໄດ້ຮັບຊື້ຢາເສບຕິດປະເພດຢາບ້ານຳພັກພວກທີ່ຮ່ວມຂະບວນການນຳກັນມາຂາຍມາຫຼາຍຄັ້ງ;ຖືກເຈົ້າໜ້າທີ່ກັກ ຕົວ ໃນວັນທີ 6 ມີນາ 2017 ພ້ອມເຮໂຣອິນຈຳນວນ 11
ຖົງນ້ອຍ ແລະ ຢາບ້າຈຳນວນ 16
ເມັດ. ສ່ວນຈຳເລີຍທີ 2 ຖືກກັກຕົວ ໃນວັນທີ 15
ພະຈິກ 2016 ໂດຍມີຂອງກາງຢາບ້າຈຳນວນ 65
ເມັດ ທີ່ຈຳເລີຍສາລະພາບວ່າເລີ່ມ
ພົວພັນກັບຢາເສບຕິດມາແຕ່ປີ 2015 ແລະ
ເຄື່ອນໄຫວຊື້-ຂາຍ ໃນໄລຍະເດືອນເມສາ 2016.
ຜ່ານການຄົ້ນຄ້ວາພິຈາລະນາສໍານວນຄະດີບວກກັບການໄຕສວນຈໍາເລີຍທັງສອງໃນຫ້ອງປະຊຸມສານ
ດັ່ງນັ້ນ, ຄະນະສານອາຍາສານປະຊາຊົນຂັ້ນຕົ້ນແຂວງ
ອຸດົມໄຊ ໄດ້ຕັດອິດສະລະພາບທ້າວ ພອນໄຊ ຫຼື ເຮີ (ຈໍາເລີຍ 1)
3 ປີ ແລະ ປັບໃໝ 20.000. 000 ກີບ, ສ່ວນຈໍາເລີຍ 2 ຊື່ທ້າວ ເຢຍເຮີ ຕັດອິດສາລະພາບ 5 ປີ ແລະ ປັບໃໝ 10.000.000
ກີບ.
ແຫຼ່ງທີ່ມາ: ໜັງສືີພີມຄວາມສະຫງົບ

Post a Comment