ກຸມໄອເອສໃນຊີເຣຍເຜີຍແຜ່ວີດີໂອ 2 ຕົວປະກັນທະຫານຣັດເຊຍ


ສໍານັກຂ່າວຣອຍເຕີ ລາຍງານຈາກກຸງໄຄໂຣ ປະເທດອີຢິບ ໃນວັນທີ່ 3 ຕຸລາວ່າ ກະຊວງປ້ອງກັນປະເທດຣັດເຊຍປະຕິເສດວ່າທະຫານຣັດເຊຍບໍ່ໄດ້ຖືກຈັບກຸມ ສ່ວນກະຊວງການຕ່າງປະເທດຣັດເຊຍຍັງບໍ່ສາມາດຕິດຕໍ່ຂໍຄວາມເຫັນໄດ້
ໃນຄລິບວີດີໂອຄວາມຍາວ 42 ວິນາທີ ເຜີຍແຜ່ໂດຍສໍານັກຂ່າວອາມັກ ສື່ກະບອກບອກສຽງຂອງກຸ່ມໄອເອສ ຊາຍ 2 ຄົນໃສ່ຊຸດສີເທົາປະກົດຕົວບືດດຽວ ພາຍໃນຫ້ອງພາຍໃນຫ້ອງ ໂດຍມີຊາຍຄົນໜຶ່ງມີໜວດເບິ່ງຄືຖືກໃສ່ກະແຈມື ສ່ວນອີກຄົນໜຶ່ງຕາມໃບໜ້າມີຮອຍຊໍ້າ ຕາເບື່ອງຂວາປິດ
ເບື້ອງຕົ້ນຍັງບໍາສາມາດຢືນຢັນຄວາມຈິງຂອງວີດີໂອນີ້
ໃນຄລິບ ຊາຍມີໜວດເວົ້າພາສາຣັດເຊຍ ອີກຄົນໜື່ງນັ່ງມິດ ມີຕົວໜັງສືບັນລະຍາຍເປັນພາສາອາຣບິກແລະລະບຸໃນວັນທີີ່ 3 ຕຸລາ 2017 ຊາຍຄົນທີ່ມີໜວດບອກຊື່ຕົວເອງວັນເດືອນປີເກີດແລະຊື່ໝູ່ບ້ານທີ່ອາໄສໃນຣັດເຊຍ ຈາກນັ້ນກໍ່ເວົ້າວ່າ ຂ້ອຍຖືກຈັບຕົວມາເປັນນັກໂທດ ລະຫວ່າງການໂຈມຕີໂ້ຕອບໂດຍກຸ່ມໄອເອສໂດຍລາວໄດ້ຖືກຈັບກັບຊາຍຄົນທີ່ 2 ເຂິ່ງລາວໄດ້ບອກຊື່ ວັນເດືອນປີເກີດແລະບ້ານທີ່ຢູ່ໃນຣັດເຊຍ
ສໍານັກຂ່າວອາມັກລາຍງານໃນເດືອນທີ່ແລ້ວວ່າ ນັກຮົບໄອເອສໄດ້ຈັບກຸມຊາວຣັດເຊຍ 2 ຄົນ ໃນຂະນະດຽວກັນກະຊວງປ້ອງກັນປະເທດຣັດເຊຍອອກມາປະຕິເສດວ່າ ບໍ່ມີທະຫານຣັດເຊຍລາຍໃດຖືກຈັບເປັນຕົວປະກັນ

ແຫຼ່ງທີ່ມາພາບ: The Moscow Times

ไม่มีความคิดเห็น