ຜູ້ຊ່ຽວຊານຊີ້ໂສມແດງກໍງລັງລະເມີຂູ່ຍິງເຮຶອບິນຮົບສະຫະລັດ(ຊົມວີດີໂອ)
ນັກວິເຄາະໃຫ້ຄວາມເຫັນເກົາຫຼີເໜືອ
ບໍ່ມີຄວາມສາມາດຫຼາຍພໍ ທີ່ຈະຍິງສອຍເຮືອບິນຖິ້ມລະເບີດທາງຍຸດທະສາດຂອງກອງທັບສະຫະລັດ
ຕາມທີ່ລັດຖະມົນຕີຕ່າງປະເທດປຽງຢາງຂູ່ເອົາໄວ້
ສໍານັກຂ່າວຕ່າງປະເທດລາຍງານຈາກກຸງໂຊປະເທດເກົາຫຼີໃຕ້
ໃນວັນທີ່ 27 ກັນຍາວ່າບັນດານັກວິເຄາະທາງທະຫານກ່າວໄວ້ວ່າ ເກົາຫຼີເໜືອບໍມີທັງຂີດຄວາມສາມາດຫຼືຄວາມຕັ້ງໃຈທີ່ທີ່ຈະຍິງໂຈມຕີເຮືອບິນຖີ້ມລະເບີດແລະເຮືອບິນຂັບໄລ່ຂອງກອງທັບສະຫະລັດ
ເຖິງວ່າ ສະຫາຍ ຍອງ-ໂຮ ລັດຖະມົນຕີວ່າການຕ່າງປະເທດເກົາຫຼີເໜືອຈະກ່າວວ່າ
ເກົາຫຼີເໜືອມີທຸກສິດໃນການດໍາເນີນການໂຕ້ຕອບ
ລວມເຖິງການຍິງສອຍເຮືອບິນຖິ້ມລະເບີດທາງຍຸດທະສາດຂອງກອງທັບສະຫະລັດ
ເຖິງວ່າເຮືອບິນຈະຢູ່ໃນເຂດນ່ານຟ້າຂອງສາກົນກໍ່ຕາມ.
ສະຫາຍ ເຊືອງ
ມຸກ ອະດີດເຈົ້າໜ້າທີ່ທະຫານເກົາຫຼີໃຕ້ ທີ່ຜັນຕົວເອງມາເປັນ
ນັກວິເຄາະອາວຸໂສຂອງສະຖາບນວິໄຈເພື່ອຍຸດທະສາດຂອງເກົາຫຼີໃຕ້
ກ່າວວ່າບໍ່ໜ່າເປັນໄປໄດ້ຢ່າງຍິ່ງ ທີ່ລັດຖະບານເກົາຫຼີເໜືອຈະສາມາດເຮັດຕາມຄໍາເວົ້າຂອງ
ສະຫາຍ ຮື ເພາະວ່າເຮືອບິນຂັບໄລ່ລຸ່ນມິກອັນເກົ່າແກ່ຂອງເກົາຫຼີເໜືອ
ຈະບໍ່ມີທາງຕໍ່ກອນກັບເຮືອບິນຂັບໄລ່ປະສິດທິພາບສູງຂອງສະຫະລັດທີ່ຄອຍຄຸ້ມກັນເຮືອບິນຖິ້ມລະເບີດຢ່າງແນ່ນອນ.
ຄລິບປະກອບ:
Post a Comment