Share ສະນັ່ນຄລິບຄູຕີນັກຮຽນ! ຊາວເນັດເຜີຍຢ່າຟ້າວຕັດສິນຝ່າຍໃດຝ່າຍໜຶ່ງພຽງແຕ່ໃນຄລິບນີ້!
ໂດຍຄລິບດັ່ງກ່າວຖືກເຜີຍແຜ່ຈາກຜູ້ໃຊ້ເຟສບຸກລາຍໜຶ່ງໃນວັນທີ 26.9.2017 ໂດຍໄດ້ໂພສຄລິບພ້ອມຂໍ້ຄວາມປະມານວ່າ “ພວກເຈົ້າຮຽນເຄີຍມີແບບນີ້ບໍ່ ທີ່ອາຈານຕີແບບນີ້..” ຫຼັງຈາກນັ້ນຄລິບດັ່ງກ່າວກໍໄດ້ຖືກແຊຣ໌ຕໍ່ອອກໄປຢ່າງຕໍ່ເນື່ອງ ເຮັດໃຫ້ຊາວເນັດເຂົ້າໄປສະແດງຄວາມຄິດເຫັນຕ່າງໆນາໆກັນຢ່າງຫຼວງຫຼາຍ.. ທັງໂທດໃຫ້ຄູທີ່ກະທຳກັບນັກຮຽນແບບນັ້ນ ອີກຝ່າຍກໍບອກວ່າຢ່າຟ້າວຕັດສິນຄູພຽງແຕ່ໃນຄລິບເພາະເຮົາບໍ່ໄດ້ຢູ່ໃນເຫດການນັ້ນ ທີ່ຄູອາຈານເຮັດລົງໄປກໍອາດຈະມີເຫດຜົນຂອງເພິ່ນ ຫຼືກໍພຽງແຕ່ຈະສັ່ງສອນສັ່ງນັກຮຽນກໍເທົ່ານັ້ນ.... ແລ້ວທ່ານເດ ຄິດແນວໃດ ຝາກຄອມເມັ້ນໄດ້ເດີ້! (ເບິ່ງຄລິບທີ່ດ້ານລຸ່ມ)
Post a Comment