ຣັດເຊຍສັງຫານໄອເອສ ໃນຊີເຣຍອີກກວ່າ 180 ສົບ(ຊົມວີດີໂອ)
ກະຊວງປ້ອງກັນປະເທດຣັດເຊຍຖະແຫຼງການໃນວັນເສົາ
ປະຕິບັດການທາງອາກາດຂອງເຮືອບິນຮົບໃນຊີເຣຍສັງຫານນັກຮົບໄອເອສຢ່າງໜ້ອຍ 120
ສົບແລະນັກຮົບຮັບຈ້າງຊາວຕ່າງຊາວອີກປະມານ 60 ສົບ ໃນໄລຍະ 24 ຊົ່ວໂມງທີ່ຜ່ານມາ
ສໍານັກຂ່າວເອເອຟພີລາຍງານຈາກກຸງມົດສະກູ
ປະເທດຣັດເຊຍ ໃນວັນທີ່ 7 ຕຸລາ ວ່າ
ຖະແຫຼງການຂອງກະຊວງປ້ອງກັນປະທດຣັດເຊຍຢືນຢັນກ່ນເສຍຊີວິດຂອງ 3
ຜູ້ບັນຊາການຮົບພາກສະໜາມຂອງກຸ່ມໄອເອສໃນຊີເຣຍ ລວມເຖິງ ໂອມາຣ໌ ອັລ-ຊີຊານີ
ຊາວຄໍເຄຊັລເໜືອ ຈາກການໂຈມຕີທາງອາກາດຂອງເຮືອບິນຮົບຣັດເຊຍຄັ້ງກ່ອນໜ້ານີ້
ການຢືນຢັນມີຂື້ນເຖິງວ່າກະຊວງປ້ອງກັນປະເທດສະຫະລັດຈະຖແຫຼງໃນປີ 2016 ວ່າ ຊີຊານີ
ຖືກທະຫານສະຫະລັດສັງຫານໃນອີລັກແລ້ວ
ຖະແຫຼງການໃນວັນເສົາ
ກ່າວວ່າ ສູນບັນຊາການຂອງຜູ້ກໍ່ການຮ້າຍແລະນັກຮົບໄອເອສຢ່າງໜ້ອຍ 80 ຄົນ
ລວມເຖິງຄົນຈາກຄໍເຄຊັສເໜືອ ຖືກທໍລາຍໃນພື້ນທີ່ມານາດິນ ແລະນັກຮົບໄອເອສອີກປະມນ 40
ຄົນເສຍຊີວິດ.


Post a Comment