ກອງທັບເຮືອສະຫະລັດສົ່ງເຮືອບັນທຸກເຮືອບິນພ້ອມກັບເຮືອບິນຮົບ 80 ລໍາມຸ່ງໜ້າໄປແຫຼມເກົາຫຼີ


ອາຣ໌ທີນິວ ລາຍງານຂ່າວວັນທີ່ 6 ຕຸລາ 2017 ເຮືອບັນທຸກເຮືອບິນ ຢູເອສເອສໂຣນັລຄ໌ ເຣແກນ ພ້ອມດ້ວຍເຮືອສອດແນມແລະເຮືອດໍານໍ້ານທີ່ໃຊ້ພະລັງງານນິວເຄຣຍ ຂອງກອງທັບສະຫະລັດ ກໍາລັງເດີນທາງໄປແຫຼມເກົາຫຼີເພື່ອກຽມພ້ອມສໍາຫຼັບການເຮັດສົງຄາມກັບເກົາຫຼີເໜືອຂະນະທີ່ເກົາຫຼີເໜືອລາຍງານແຜນການທົດສອບຂີປະນາວຸດຄັ້ງໃໝ່.


ເຮືອບັນທຸກເຮືອບິນຢູເອສເອສໂຣນັລຄ໌ ເຣແກນ ພ້ອມດ້ວຍເຮືອບິນຮົຍບເກືອບ 80ລໍາ ທີ່ຢູ່ໃນທະເລຈີນໃຕ້ກໍາລັງເດີນທາງສູ່ແຫຼມເກົາຫຼີເພື່ອຊ້ອມຮົບກັບເກົາຫຼີໃຕ້ ເພື່ອກຽມຄວາມພ້ອມໃນການເຂົ້າູ່ການເຮັດສົງຄາມກັບທາງດ້ານເກົາຫຼີເໜືອ

ໂດຍທັງສອງຝ່າຍຈະດໍາເນີນການເຝິກຊ້ອມເພື່ອກວດຈັບຕິດຕາມແລະສະກັດກັ້ນຂີປະນາວຸດ ທີ່ນອກເໜືອຈາກການການເຝິກອົບຮົບການຕໍ່ຕ້ານເຮືອດໍານ້າ ໂດຍຂໍ້ມູນດັ່ງກ່າວຖືກເປີດເຜີຍຈາກເຈົ້າໜ້າທີລະດັບສູງຂອງເກົາຫຼີໃຕ້ທີ່ບໍ່ຕ້ອງການເປີດເຜີຍຕົວຕົນໂດຍການເຝິກຊ້ອມທາງທະຫານຈະຈັດຂື້ນປະມານ ວັນທີ່ 20 ຕຸລາ

ไม่มีความคิดเห็น