ເກົາຫຼີເໜືອກຽມທົດລອງຍິງຂີປະນາວຸດພິໄສໄກ
ສໍານັກຂ່າວຣອຍເຕີລາຍງານຈາກກຸງມົດສະກູ
ປະເທດຣັດເຊຍໃນວັນທີ່ 7 ຕຸລາ
ວ່າສໍານັກຂ່າວອາຣ໌ໄອເອສຂອງຣັດເຊຍລາຍງານໃນວັນສຸກທີ່ຜ່ານມາວ່າ ທ່ານ ອັນຕວນ ໂມໂຣຊອຟ
ສະມາຊິກສະພາລຸ່ມຂອງຣັດເຊຍແລະສະມາຊິກຄະນະກໍາມະການຕ່າງປະເທດ ລັດທະສະພາຣັດເຊຍ
ເປີຍເຜີຍຫຼັງການເດີນທາງຢ້ຽມຢາມກຸງປຽງຢາງໃນວັນທີ່ 2-6
ຕຸລາທີ່ຜ່ານມາພ້ອມກັບໝູ່ສະມາຊິກສະພາລຸ່ມອີກ 2 ຄົນວ່າ
ເກົາຫຼີເໜືອກຽມການທົດລອງຍິງຂີປະນາວຸດພິໄສໄກຄັ້ງໃໝ່ ໂດຍໃຫ້ຂໍ້ມູນທາງຄະນິດສາດວ່າ
ຂີປະນາວຸພິໄສໄກຂອງເກົາຫຼີເໜືອສາມາດຍິງເຖິງຝັ່ງຕາເວັນຕົກຂອງສະຫະລັດອາເມຣິກາ
ວ່າ ທ່ານ
ອັນຕວນ ໂມໂຣຊອຟ
ກ່າວອີກວ່າເທົ່າທີ່ເຂົ້າໃຈເກົາຫຼີເໜືອຕັ້ງໃຈທີ່ະຍິງຂີປະນາວຸດພິໄສໄກໃນອານາຄົດອັນໃກ້ນີ້
ເຊີ່ງການກະທໍາຂອງເກົາຫຼີເໜືອເບິ່ງຄືເປັນການຫວັງຮ້າຍກໍ່ສົງຄາມຫຼາຍກວ່າ
ຖ້ອຍຄໍາຖະແຫຼງຂອງສະມາຊິກສະພາຣັດເຊຍ
ສົ່ງຜົນໃຫ້ທະນາບັດສະຫະລັດປັບຕົວຂື້ນສູງເພາະວ່ານັກລົງທືນວິຕົກກັງວົນກ່ຽວກັບທ່າທີຂອງເກົາຫຼີເໜືອຈະທົດລອງຍິງຂີປະນາວຸດຄັ້ງໃໝ
ແນວໃດກໍ່ຕາມສໍານັກຂ່າວຣອຍເຕີຍັງບໍ່ສາມາດຢືນຢັນ
ຖ້ອຍຄໍາຖະແຫຼງການຂອງສະມາຊິກສະພາລຸ່ມຂອງຣັດເຊຍເພາະທ່ານບໍ່ໄດ້ບອກວ່າເຈົ້າໜ້່າທີ່ເກົາຫຼີເໜືອຄົນໃດເປັນຄົນໃຫ້ຂໍ້ມູນນີ້
ແຕ່ຄະນະສະມາຊິກສະພາຣັດເຊຍໄດ້ມີການຮ່ວມປະຊຸມລະດັບສູງໃນກຸງປຽງຢາງ


Post a Comment