ຣັດເຊຍ ກ່າວ ອາເມລິກາ ເປັນຜູ້ໜູນຊ່ວຍ ໄອເອສ ກໍ່ການຮ້າຍໃນຊີເຣຍ(ຊົມວີດີໂອ)




ໃນວັນທີ່ 4 ຕຸລາສໍານັກຂ່າວຕ່າງປະເທດລາຍງານຂ່າວ ກອງທັບຣັດເຊຍອອກມາຕໍາໜິສະຫະລັດວ່າເປັນຜູ້ໃຫ້ຄວາມຊ່ວຍເຫຼືອກຸ່ມກໍ່ການຮ້າຍໃນໂຈມຕີກອງທັບລັດຖະບານຊີເຣຍ ແລະຍັງໄດ້ອອກມາບອກບອກວ່າພ້ອມທໍາລາຍກອງກໍາລັງນັກຮົບໃນພື້ນທີ່ທີ່ຢູ່ພາຍໃຕ້ການຄວບຄຸມຂອງສະຫະລັດໃຫ້ສີ້ນຊາກ




ໃນຖະແຫຼງການຂອງໂຄສົກກະຊວງການຕ່າງປະເທດ ຣັດເຊຍ ທ່ານ Igor Konashenkov ຍັງລະບຸວ່າກຸ່ມໄອເອສໄດ້ບຸກໂຈມຕີກອງທັບລັດຖະບານຊີເຣຍຫຼາຍຄັ້ງໃນວັນທີ່ ກັນຍາ 28 ກັນຍາ 2017 ໂດຍການໂຈມຕີຄັ້ງໜື່ງນັກຮົບໄອເອສກວ່າສາມຮ້ອຍຄົນສາມາດຂ້າມຜ່ານຖານທັບລັບຂອງລັດຖະບານຊີເຣຍໄປເມືອງອັລກາຣ໌ຢາເທນໄດ້ສໍາເລັດ


ທ່ານ Igor Konashenkov ໄດ້ກ່າວໂທດ ອາເມລິກາ ວ່າໄດ້ໜູນຊ່ວຍອົງການກໍ່ການຮ້າຍລັດອິດສະລາມ (IS), ຊ່ວຍກຸ່ມກໍ່ການຮ້າຍດັ່ງກ່າວ ສາມາດດຳເນີນບັນດາການບຸກຕີຄືນຢູ່ທາງທິດຕາເວັນອອກ ຊີເຣຍ.


ຕາມທ່ານ Konashenkov ແລ້ວ, ໃນໄລຍະມໍ່ໆມານີ້ ບັນດາເຫດບຸກໂຈມຕີແນໃສ່ກອງທັບລັດຖະບານ ຊີຣີ ລ້ວນແຕ່ “ເລີ່ມຈາກເຂດທີ່ມີລັດສະໝີ 50 ກມອ້ອມແອ້ມດ່ານຊາຍແດນ At-Tanf ຢູ່ຊາຍແດນ ຊີຣີ - ຈໍແດນ” ສະຖານທີ່ທະຫານປະສົມຕ້ານ IS ໂດຍ ອາເມລິກາ ນຳໜ້າຖານທັບແຫ່ງໜຶ່ງ. ນີ້ບໍ່ພຽງແຕ່ເປັນຄັ້ງທຳອິດທີ່ ລັດເຊຍ ກ່າວຟ້ອງ ອາເມລິກາ ໜູນຊ່ວຍ IS .


 ທ່ານ Franz Klintsevich ຖືວ່າ: ເກືອບ ແນ່ນອນ 100% ອາເມລິກາ ໄດ້ນຳໃຊ້ຍົນ ເອລິກອບເຕີ ເພື່ອຍົກຍ້າຍຜູ້ບັນຊາການນັບສິບຄົນຂອງອົງການກໍ່ການຮ້າຍລັດອິດສະລາມ (IS) ອອກຈາກນະຄອນ Deir Ezzor



  

ไม่มีความคิดเห็น