ຍີ່ປຸ່ນຊ່ວຍ 1000 ລ້ານໂດລາ ພັດທະນາພື້ນທີ່ຊົນນະບົດມຽນມາ


ນາຍົກລັດຖະມົນຕີ ຊິນໂຊ ອາເບະ ຂອງຍີ່ປຸ່ນ ສະເໜີເງີນຊ່ວຍເຫຼືອເພື່ອພັດທະນາພື້ນທີ່ຊົນນະບົດຂອງມຽນມາ ຈຳນວນ 117,000 ເຢນ ຫຼື ປະມານ 1,030 ລ້ານໂດລາ. ກະຊວງຕ່າງປະເທດຂອງຍີ່ປຸ່ນຖະແຫຼງ ວ່າ ການຊ່ວຍເຫຼືອທາງການເງີນຄັ້ງນີ້ມີຂື້ນຫຼັງຈາກ ອາເບະ ໄດ້ຫາລືກັບ ອອງຊານຊູຈີ ລະຫວ່າງການປະຊຸມອາຊຽນຊັບມິດທີ່ຟິລິບປິນ ໂດຍເປັນຄວາມຊ່ວຍເຫຼືອໃນຮູບແບບເງີນກູ້ດອກເບ້ຍຕໍ່າ ເພື່ອໃຫ້ມຽນມານຳໄປໃຊ້ເປັນທຶນສະໜັບສະໝຸນໂຄງການຕ່າງໆ ທີ່ປະກອບຄ້ວນໂຄງການໂຄງສ້າງພື້ນຖານ ແລະ ທຶນສຳລັບບໍລິສັດຂະໜາດນ້ອຍເພື່ອຊ່ວຍເພີ່ມລາຍໄດ້ໃນພື້ນທີ່ຊົນນະບົດ.

ไม่มีความคิดเห็น