ທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສ.ປ.ປ ລາວ ກ່າວວ່າການມາເຍືອນ ສ.ປ.ປ ລາວ ຂອງປະທານາທິບໍດີ ສີ ຈິ້ນຜິງ ຂອງຈີນໃນວັນນີ້ ຈະຊ່ວຍກະຊັບຄວາມສຳພັນ ແລະ ສົ່ງເສີມຄວາມຮ່ວມມືຂອງທັງສອງປະເທດ ທັງນີ້ ທ່ານ ບຸນຍັງ ວໍລະຈິດ ຍັງກ່າວໃນພິທີລ້ຽງຮັບຕ້ອນປະທານາທິບໍດີ ສີ ຈິ້ນຜິງ ອີກວ່າ ສ.ປ.ປ ລາວສະແດງຄວາມຍິນດີຕໍ່ຄວາມສຳເລັດຂອງການປະຊຸມສະມັດຊາພັກຄອມມູນິດຈີນທີ່ຜ່ານມາ ແລະ ເຊື່ອວ່າຄົນຈີນຈະບັນລຸເປົ້າໝາຍຕໍ່ຍຸດທະສາດພາຍໃຕ້ການນຳຂອງ ປະທານາທິບໍດີ ສິ ຈິ້ນຜິງ ໃນຖານະທີ່ເປັນເລຂາທິການພັກຄອມມູນິດຈີນ.
ຂະນະດຽວກັນ ປະທານາທິບໍດີ ສີ ຈິ້ນຜິງ ກ່າວວ່າ ມີຄວາມດີໃຈຫຼາຍທີ່ເຫັນຄວາມຄືບໜ້າໃນການພັດທະນາເສດຖະກິດຂອງ ສ.ປ.ປ ລາວ ລວມທັງມີສະຖຽນລະພາບທາງສັງຄົມ ແລະ ການສົ່ງເສີມກຳກັບເບີ່ງແຍງທີ່ມີປະສິດທິຜົນ ແລະ ຄວາມປອງດອງຂອງປະຊາຊົນ ນັບແຕ່ໄດ້ເດີນທາງເຍືອນ ສ.ປ.ປ ລາວ ເມື່ອ 7 ປີກ່ອນ.
Post a Comment