ຊັອກໂລກ..ອົງມົງກຸດ ສັ່ງຈັບ 11 ເຈົ້າຊາຍຊາອຸໂທດຖານຄໍຣ໌ຣັບຊັ່ນ(ຊົມຄລິບ)
ຣັດເຊຍທູເດຍ໌
ລາຍງານໃນວັນທີ່ 15 ພະຈິກ 2017 ກໍລະນີດ້ານຄະນະປາບປາມການຄໍຣ໌ຣັບຊັ່ນຊຸດໃໝ່ຂອງ
ຊາອຸອາຣະເບຍ
ທີມີອົງມົງກຸດຊາອຸອາຣະເບຍທີ່ປັນປະທານນັ້ນເຊິ່ງຖືກແຕ່ງຕັ້ງຂື້ນຈາກອໍານາດຈຸດປະສົງຂອງກະສັດຊັລມານ
ແຫ່ງຊາອຸອາຣະເບຍ ພະອົງໄດ້ອອກມາປະກາດແຕ່ງຕັ້ງໃຫ້ອົງມົງກຸດ ເຈົ້າຊາຍໂມຮໍາເໝັດ
ບິນຊັລມານ ອາຍຸ 32 ພັນສາເປັນປະທານຄະນະກໍາມະການຊຸດພິເສດ
ໂດຍໃຫ້ອໍານາດຢ່າງເດັດຂາດໃນການປາບປາມການ ຄໍຣ໌ຣັບຊັ່ນ ເຊິ່ງມີຂອບເຂດການໃຊ້ອໍານາດຢ່າງກວ້າງຂວາງ ທີ່ລວມໄປເຖິງການລະບຸຕົວຜູ້ກະທໍາຜິດ ປະເພດອາດຊະຍາກໍາ ແລະບຸກຄົນແລະອົງກອນ ທີ່ກ່ຽວຂ້ອງກັບການ ຄໍຣ໌ຣັບຊັ່ນ ນອກຈາກນີ້ຄະນະກໍສມະການຊຸດພິເສດຍັງສາມາດກໍານົດການລົງໂທດຜູ້ກະທໍາຜິດ ທີ່ລວມໄປເຖິງການຍຶດຊັບ ການສັ່ງຫ້າມການເດີນທາງ ແລະສັ່ງຈັບກຸມ
ຄະນະກໍາມະການຊຸດພິເສດແຫ່ງຊາອຸອາຣເບຍນີ້
ເລີ່ມປະຕິບັດການທັນທີຫຼັງຈາກມີຄໍາສັ່ງເປັນທາງການອອກມາ
ໂດຍພົບວ່າມີການຈັບກຸມເກີດຂື້ນແບບບໍ່ຄາດຄິດ ດ້ວຍຄໍາສັ່ງຈັບກຸມສະມາຊິກລາດຊະວົງອາຣະເບຍໃນລະດັບເຈົ້າຊາຍ
11 ພະອົງ ແລະລັດຖະມົນຕີທີ່ຍັງຢູ່ໃນຄະນະລັດຖະມົນຕີປັດຈຸບັນອີກຈໍານວນ 4 ຄົນ
ນອກນັ້ນຍັງມີນັກທຸລະກິດຢ່າງໜ້ອຍ 38 ຄົນກໍ່ຖືກຄວບຄຸມຕົວເຊັ່ນດຽວກັນ
ສື່ມວນຊົນລາຍງານວ່າ
ເຈົ້າຊາຍເຖິງ 11 ພະອົງທີຖືກຈັບກຸມ ມີເຈົ້າຊາຍ ອັລວາລີດ ບິນ ທາລາລ
ເຊິ່ງເປັນເຊື້ອພະວົງ ຊາອຸອາຣະເບຍ ທີ່ມີຄວາມໝັ້ນຄົງຫຼາຍພັນລ້ານໂດລ່າສະຫະລັດ
ເນື່ອງຈາກເປັນນັກລົງທຶນ ທີ່ລົງທຶນໃນທຸລະກິດຕ່າງໆຢ່າງຫຼວງຫຼາຍ






Post a Comment