ທຣ້ໍາ ຢ້ຽມຢາມຍີ່ປຸ່ນມື້ທໍາອິດກ່າວຂູ່ໂສມແດງທັນທີ ຢ່າດູຖູຖສະຫະລັດ


ປະທານາທິບໍດີໂດນັລທຣ້ໍາ ແຫ່ງສະຫະລັດອາເມຣິກາ ເດີນທາງຮອດປະເທດຍີ່ປຸ່ນແລ້ວ ເລີ່ມຕົ້ນຢ້ຽມຢາມອາຊີປະເທດທໍາອິດ ໂດຍລາວເຕືອນຜູ້ນໍາເກົາຫຼີເໜືອທັນທີວ່າ ຢ່າດູຖູກສະຫະລັດ...
  ປະທານາທິບໍດີ ໂດນັລ ທຣ້ໍາແລະພັນລະຍາ

ສໍານັກຂ່າວຕ່າງປະເທດລາຍງານວ່າ ປະທານາທິບໍດີ ໂດນັລ ທຣ້ໍາ ແຫ່ງສະຫະລັດອາເມຣິກາ ເດີນທາງຮອດປະເທດຍີ່ປຸ່ນແລ້ວ ໃນເວລາ 10.30 ນາທີ ວັນອາທິດທີ່ 5 ພະຈິກ ຕາມເວລາທ້ອງ ເລີ່ມຕ້ນເດີນທາງຢ້ຽມຢາມທະວີບອາຊີ 12 ວັນເຊິ່ງຖືວ່າດົນທີ່ສຸດນັບແຕ່ປະທານາທິບໍດີ ຈອຣ໌ຈ ບຸຊ ເດີນທາງຢ້ຽມຢາມໃນປີ1991 ທ່າມກາງຄວາມຕຶງຄຽດໃນແຫຼມເກົາຫຼີ



ເຮືອບິນແອຣ໌ຟໍຣ໌ຊ ວັນ ຂອງປະທານາທິບໍດີໂດນັລທຣໍ້າ ລົງຈອດທີ່ຖານທັບອາກາດ ໂຢໂກະຕະ ໃນກຸງໂຕກຽວ ໂດຍ ທຣ້ໍາໄດ້ຈັບມືກັບທັກທາຍກັບບັນດາເຈົ້າໜ້າທີ່ ລະຫວ່າງເດີນທາງໄປພົບປະທະຫານສະຫະລັດ ແລະຍີ່ປຸ່ນ ເຊິ່ງລວມຕົວກັນທີ່ໂຮງຈອດເຮຶອບິນ ກ່ອນຂື້ນເວທີ່ກ່າວຄໍາປາໄສແລະທໍາການແລກເສື້ອຂອງລາວກັບແຈັກເກັດໜ່ວຍບິນຖິ້ມລະເບີດ


ຈາກນັ້ນຈື່ງກ່າວຊົມຊາວຍີ່ປຸ່ນທີ່ເປັນພັນທະມິດທີ່ດີແລະເປັນກຽດຫຼາຍທີ່ໄດ້ມາຢ້ຽມຢາມ ລວມທັງກ່າວຊົມເຊີຍທະຫານອາເມຣິກາທີ່ເຮັດໜ້າທີ່ໃຫ້ທຸກຄົນປອດໄພ ແລະໃຫ້ຄໍາໝັ້ນຈະຮັບປະກັນຊັບພະຍາກອນທີ່ຈໍາເປັນໃນການຮັກສາສັນຕິສຸກແລະປົກປ້ອງສັນຕິພາບ

ທຣໍ້າຍັງກ່າວເຕືອນແບບອ້ອມເຖິງ ຄິມ ຈອງ-ອຶນ ຜູ້ນໍາສູງສຸດຂອງເກົາຫຼີເໜືອອີກວ່າ ບໍ່ມີຜະເດັດການຄົນໃດ ລັດຖະບານໃດ ປະເທດໃດ ກໍ່ບໍ່ຄວນດູຖູກຄວາມແນ່ແນ່ວຂອງສະຫະລັດ ເອີ້ນສຽງເຊຍຈາກກຸ່ມທະຫານໃນຊຸດລາຍ 


ไม่มีความคิดเห็น