ເກີດເຫດ!! ມືປືນບຸກຍິງຜູ້ຄົນໃນໂບດລັດເທັກຊັດ ຕາຍກວ່າ 26 ຄົນ ກ່ອນຖືກຕຳຫຼວດວິສາມັນ
AP ລາຍງານເມື່ອວັນທີ່ 5 ພະຈິກ ວ່າເກີດເຫດໄລ່ຍິງຜູ້ຄົນໃນສະຫະລັດອີກຄັ້ງ ລ່າສຸດເຫດເກີດຂື້ນທີ່ໂບດຂອງຊຸມຊົນ ທີ່ເຂດວິວສັນ ເມືອງຊັດເທີແລນ ສະປລິງ ລັດເທັກຊັດ ເຮັດໃຫ້ມີຜູ້ເສຍຊີວິດກວ່າ 26 ຄົນ ແລະ ບາດເຈັບອີກ 20 ກວ່າຄົນ ກ່ອນທີ່ມືປືນຈະຖືກເຈົ້າໜ້າທີ່ຕຳຫຼວດວິສາມັນ ເພື່ອລະງັບເຫດດັ່ງກ່າວ. ເຈົ້າໜ້າທີເຂດວິວສັນເຜີຍວ່າ ມືປືນຍ່າງເຂົ້າໄປໃນໂບດ ແລະ ເປີດສາກຍິງທັນທີ ຊ່ວງເວລາປະມານ 11:20 ຕາມເວລາທ້ອງຖີ່ນ ເຊີ່ງເຫດການນີ້ຊັອກຜູ້ຄົນໃນຊຸມຊົນທີ່ສຸດ ເພາະປົກກະຕິແມ່ນຢູ່ກັນຢ່າງສະຫງົບສຸກ.

Post a Comment