ເພັນທາກອນຊີ້ ທາງເລືອກດຽວທຳລາຍຄັງອາວຸດໂສມແດງໃຫ້ສີ້ນຊາກ ຕ້ອງບຸກປະຕິບັດການທາງພື້ນດີນ
ກະຊວງກະລາໂຫມສະຫະລັດປະເມີນວ່າ ຫົນທາງດຽວທີ່ຈະສາມາດທຳລາຍໂຄງການພັດທະນາອາວຸດນິວເຄຼຍຂອງໂສມແດງທຸກສ່ວນໄດ້ ຕ້ອງດຳເນີນການຜ່ານການບຸກລຸກເຂົ້າໄປປະຕິບັດການພາກພື້ນດີນ ໃນພື້ນທີ່ຂອງເກົາຫຼີເໜືອເທົ່ານັ້ນ. ຢ່າງໃດກໍ່ຕາມ ຄວາມສ່ຽງທີ່ຈະເກີດຂື້ນມີຢູ່ຫຼາຍ ລວມໄປເຖີງຄວາມເປັນໄປໄດ້ທີ່ເກົາຫຼີເໜືອຈະຕອບໂຕ້ສະຫະລັດດ້ວຍອາວຸດນິວເຄຼຍ ຂະນະທີ່ກອງກຳລັງສະຫະລັດ ກຳລັງພະຍາຍາມທຳລາຍຖານປະຕິບັດການໃຕ້ພື້ນດີນ ທີ່ເກົາຫຼີເໜືອໃຊ້ໃນໂຄງການພັດທະນາອາວຸດນິວເຄຼຍ.


Post a Comment