ອາດີດຜູ້ນຳ ກາຕາລຸນຢ່າ ເຂົ້າມອບຕົວທີ່ ເບວຢ່ຽມ ຍັງບໍ່ແນ່ອາດຖືກສົ່ງຕົວກັບສະເປນ


ກາເລ ປຸນເດມອນ ອາດີດຜູ້ນຳ ກາຕາລຸນຢ່າ ພ້ອມອາດີດລັດຖະມົນຕີອີກ 4 ຄົນ ທີ່ເດີນທາງມາຢູ່ເບວຢ່ຽມ ຫຼັງຈາກຖືກຍຶດອຳນາດການປົກຄອງຕົນເອງຈາກລັດຖະບານກາງ ໄດ້ເຂົ້າມອບຕົວກັບຕຳຫຼວດເບວຢ່ຽມ ເມື່ອຊ່ວງເຊົ້າຂອງວັນທີ່ 5 ພະຈິກ ທີ່ຜ່ານມາ ເຊີ່ງທັງໝົດຖືກປ່ອຍຕົວໃນຊ່ວງຕອນສວຍໃນວັນດຽວກັນຫຼັງໃຫ້ປາກຄຳ ແລະ ຕອບຂໍ້ຊັກຖາມ ຂະນະທີ່ຜູ້ພິພາກສາຂອງເບວຢ່ຽມຈະເປັນຜູ້ຕັດສີນໃຈ ໃນວັນທີ່ 6 ພະຈິກ ນີ້ວ່າຈະສົ່ງຕົວ ກາເລ ປຸນເດມອນ ແລະ ພວກໃຫ້ກັບສະເປນຕາມໝາຍຈັບ ຫຼື ບໍ່.


 ຫາກຜູ້ພິພາກສາຕັດສີນໃຈດຳເນີນການຕາມກົດໝາຍກໍ່ຈະມີການຈັບກຸມຕົວບຸກຄົນທັງໝົດ ໂດຍ ເບວຢ່ຽມມີເວລາບໍ່ເກີນ 60 ວັນ ທີ່ຈະສົ່ງຕົວຜູ້ຖືກຫາໃຫ້ສະເປນ ເຊີ່ງຫາກຜູ້ຖືກຫາບໍ່ຢືນຄັດຄ້ານຕາມກົດໝາຍການສົ່ງມອບຕົວອາດເກີດຂື້ນໄວກວ່ານັ້ນ ຂະນະດຽວກັນຜູ້ພິພາກສາ ເບວຢ່ຽມ ອາດຄັດຄ້ານການການດຳເນີນການຕາມໝາຍຈັບຫາກຫວັ່ນວ່າການສົ່ງມອບຕົວບຸກຄົນທັງໝົດໃຫ້ສະເປນ ອາດເກີດມີການລະເມີດສິດທິມະນຸດສະທຳ ເພາະຜູ້ຖືກຫາອາດບໍ່ໄດ້ຮັບຄວາມຍຸດຕິທຳໃນການດຳເນີນຄະດີ.


ไม่มีความคิดเห็น