ໄອເອສແຄ້ນທີ່ເສຍເມືອງ ສົ່ງລົດຕິດລະເບີດ ຂ້າຜູ້ຄົນທີ່ອົບພະຍົບຊີເລຍ ຕາຍ 75 ສົບ
APF ລາຍງານວ່າ ຮາມີ ອັບດຸນ ລາມັນ ຫົວໜ້າອົງການສັງເກດການສິດທິມະນຸດແຈ້ງເຫດກໍ່ການຮ້າຍໃນແຂວງ ເດີຍເອສຊໍ ບ່ອນສູ້ຮົບທີ່ກອງກຳລັງ ໄອເອສ ຫາກະຖືກຂັບໄລ່ອອກຈາກເມືອງ ໂດຍກອງທັບຊີເລຍ ເຊີ່ງໄອເອສໃຊ້ລົດຕິດລະເບີດຈູດສະນວນກາງກຸ່ມຊາວບ້ານທີ່ກຳລັງອົບພະຍົບອອກຈາກເມືອງ ແລະ ສັງຫານອີກ 75 ສົບ ບາດເຈັບອີກ 140 ຄົນ.
ການກໍ່ເຫດແບບບໍ່ເລືອກໜ້າ ເກີດຂື້ນກາງຄວາມກັງວົນວ່າ ໄອເອສກຳລັງຈົນມຸມໃນບ່ອນສູ້ຮົບທີ່ຊີເລຍ ແລະ ອີລັກ ເລີຍຫັນໄປພຸ່ງເປົ້າທີ່ພົນລະເຮືອນ.


Post a Comment