ສື່ຕ່າງປະເທດລາຍງານວ່າ ໂຈນໄດ້ເຂົ້າປຸ້ນລົດຂົນ iPhone X ເຊິ່ງເປັນສະມາດໂຟນຮຸ່ນໃໝ່ຫຼ້າສຸດຈາກແອັບເປິນໃນຂະນະທີ່ກຳລັງຂົນສົ່ງໄປໃຫ້ຕົວແທນຈຳໜ່າຍໃນ ຊານ ຟຣານຊິສໂກ ສະຫະລັດອາເມລິກາ ເຊິ່ງແຫຼ່ງຂ່າວລະບຸວ່າ ໂຈນສາມາດປຸ້ນໄປໄດ້ກວ່າ 300 ໜ່ວຍ ເຊິ່ງມີລາຄາລະຫວ່າງ 999 ໂດລາ ແລະ 1,150 ໂດລາ ມູນຄ່າລວມກວ່າ 300,000 ໂດລາ. ຕອນນີ້ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນຂອງ ຊານ ຟຣານຊິສໂກ ກຳລັງຕິດຕາມຕົວຜູ້ກະທຳຜິດ ເຊິ່ງໃສ່ເສື້ອແຂນຍາວແບບມີໝວກຈຳນວນສາມຄົນ ເຊິ່ງເຄື່ອນໄຫວເຂົ້າປຸ້ນໄອໂຟນດ້ວຍລົດຕູ້ສີຂາວ. ເຫດການດັ່ງກ່າວເກີດຂຶ້ນລະຫວ່າງ 11:15 - 11.30 ໂມງ ໃນວັນພຸດທີ່ຜ່ານມາ ຕາມເວລາທ້ອງຖິ່ນ.
Post a Comment