ໂຮງໄຟຟ້າຖ່ານຫີນອີນເດຍ ລະເບີດຄັ້ງໃຫຍ່ ສັງເວີຍຊີວິດ 16 ຄົນ


ເກີດເຫດໂຮງໄຟຟ້າພະລັງງານຖ່ານຫີນຂະໜາດໃຫຍ່ ລະເບີດຂື້ນຢ່າງຮຸນແຮງ ພາຍໃນເມືອງລັດເນົາ ປະເທດອີນເດຍ ເຮັດໃຫ້ເກີດໄຟລຸກໄຫມ້ ແລະ ມີລາຍງານຜູ້ເສຍຊີວິດຢ່າງໜ້ອຍ 16 ຄົນ ໂດຍເຊື່ອວ່າໂຕເລກຜູ້ເສຍຊີວິດຍັງຈະເພີ່ມຂື້ນອີກ ແລະ ຍັງມີຜູ້ໄດ້ຮັບບາດເຈັບອີກນັບ 100 ຂະນະທີ່ເຈົ້າໜ້າທີ່ເລັ່ງລະງັບໄພທີ່ເຕັມໄປດ້ວຍຄວາມຍາກລຳບາກ ພ້ອມທັງຄົ້ນຫາຜູ້ທີ່ຍັງສູນຫາຍ ຫຼື ຕິດຄ້າງຢູ່ພາຍໃນໂຮງງານໄຟຟ້າ ສ່ວນສາເຫດການເກີດເຫດຍັງບໍ່ມີຂໍ້ມູນທີ່ຊັດເຈນ. ທັງນີ້ມີຂໍ້ມູນວ່າ ເຫດລັດສະນະດັ່ງກ່າວເກີດຂື້ນມັກເກີດຂື້ນເລື້ອຍໆໃນອີນເດຍ ເນື່ອງຈາກບໍ່ມີມາດຕະຖານຄວາມປອດໄພ ໃນການປະຕິບັດໜ້າທີ່ ສ່ວນງົບປະມານການສ້ອມແປງບຳລຸງເຄື່ອງມືອຸປະກອນ ກໍ່ຂາດແຄນເຮັດໃຫ້ເຊື່ອມປະສິດທິພາບລົງ.

ไม่มีความคิดเห็น