Facebook ລົ້ມເຫຼວໃນການປ້ອງກັນ ໂຄສະນາຊວນເຊື່ອ ຈາກລັດເຊຍ
Facebook ຍອມຮັບຕໍ່ວຸດທິສະພາສະຫະລັດ ວ່າຄວາມພະຍາຍາມແຊກຊືມເພື່ອເຜີຍແຜ່ ຂໍ້ມູນທີ່ບໍ່ແມ່ນຄວາມຈິງ ແລະ ປຸກລະດົມທາງການເມືອງ ໂດຍກຸ່ມບຸກຄົນຈາກລັດເຊຍ ໃນຊ່ວງການເລືອກຕັ້ງປະທານາທິບໍດີ ໃນປີທີ່ຜ່ານມາ ມີຫຼາຍກວ່າທີ່ຄິດ.
ເມື່ອວັນທີ່ 1 ພະຈິກ Colin Stretch ຮອງປະທານ ແລະ ທີ່ປືກສາໃຫຍ່ຂອງບໍລິສັດ Facebook ກ່າວຕໍ່ທີ່ປະຊຸມຄະນະກຳມະການຂ່າວກອງວຸດທິສະພາ ວ່າ 2 ມື້ທີ່ຜ່ານມາ Facebook ກວດພົບການໂພສຈາກບັນຊີ Instagram ທີ່ຈົດທະບຽນໃນລັດເຊຍປະມານ 120,000 ເທື່ອ ເຊີ່ງຖືເປັນຂໍ້ມູນທີ່ນອກເໜືອຈາກທີ່ເຄີຍເຜີຍ ວ່າຜູ້ໃຊ້ Facebook ໃນສະຫະລັດ ປະມານ 126 ລ້ານຄົນ ອາດໄດ້ຮັບຂໍ້ມູນຂ່າວສານທີ່ກ່ຽວກັບໂຄສະນາຊວນເຊື່ອຈາກລັດເຊຍ ຕະຫຼອດໄລຍະເວລາ 2 ປີຜ່ານມາ.
ການເຜີຍຂໍ້ມູນດັ່ງກ່າວຂອງ Facebook ໄດ້ຮັບສຽງວິຈານຢ່າງໜັກຈາກທີ່ປະຊຸມ ວ່າເຄືອຂ່າຍສັງຄົມອອນລາຍຂະໜາດໃຫຍ່ທີ່ສຸດຂອງໂລກ ລົ້ມເຫຼວຢ່າງສີ້ນເຊີງ ໃນການປ້ອງກັນບໍ່ໃຫ້ Plateform ຂອງຕົນເອງຕົກເປັນເຄື່ອງມືໃນການປຸກລະດົມ ແລະ ຜະລິດໂຄສະນາຊວນເຊື່ອທາງການເມືອງ.


Post a Comment