ຕຳຫຼວດຕະລຶງ ໂຈນຂຸດອຸໂມງກວດຊັບທະນາຄານກວ່າ 280.000 ໂດລາ ທີ່ອິນເດຍ


ສື່ອິນເດຍລາຍງານ ເກີດເຫດໂຈນວາງແຜນລັກເງີນໃນທະນາຄານບາໂຮດາ ສາຂາຈູອີນາກາ ເມືອງນາວີ ມຸມໄບ ປະເທດອິນເດຍ ໂດຍການຂຸດອຸໂມງໃຕ້ດິນຮຽນແບບໜັງດັງຮໍລິວູດ ເຊີ່ງສາມາດໂກຍເງີນໄປໄດ້ຢ່າງໜ້ອຍ 280.000 ໂດລາ ໂດຍໄດ້ໄປເຊົ່າຫ້ອງແຖວໃກ້ໆທະນາຄານ ແລ້ວລົງມືຂຸດລົງເລີກເຖີງ 4.5 ແມັດ ແລະ ຢາວໄປຫາທະນາຄານຜ່ານຫ້ອງແຖວເຖີງ 5 ຫ້ອງ ໂດຍຕຳຫຼວດສັນນິຖານວ່າ ໂຈນພາກັນເລີ່ມຂຸດໃນແລງວັນສຸກ ຈົນເຖີງເຊົ້າວັນຈັນທີ່ຜ່ານມາຫຼັງທະນາຄານປິດ ແລະ ເມື່ອເປີດທະຄານມາກໍ່ພົບສະພາບຕູ້ນິລະໄພຖືກງັດຢ່າງກະຈາຍ ເຊີ່ງຂະນະນີ້ຍັງບໍ່ສາມາດຈັບໂຕຄົນຮ້າຍໄດ້.

ພາບຫ້ອງແຖວທີ່ຄົນຮ້າຍເຊົ່າເພື່ອໃຊ້ໃນການຂຸດອຸໂມງ

ไม่มีความคิดเห็น