ລົດ 30 ຄັນ ຕຳສະໜັ່ນເທີງທາງດ່ວນໄຟໄໝ້ລົດ ສັງເວຍ 18 ຄົນ ທີ່ປະເທດຈີນ


ເມື່ອເວລາ 7:50 ຕາມເວລາທ້ອງຖິ່ນຂອງຈີນ ເກີດເຫດລົດຫຼາຍກວ່າ 30 ຄັນ ລວມທັງລົດເມ 2 ຄັນ ຕຳກັນຢ່າງຊະຊາຍ ທີ່ທາງດ່ວນຊູຊິນ ໃນເຂດອິງຊາງ ມົນທົນອັນຮຸຍ ທາງພາກຕາເວັນອອກຂອງຈີນ ເຮັດໃຫ້ໄຟໄໝ້ລຸກຖ້ວມລົດຫຼາຍຄັນ ສົ່ງຜົນໃຫ້ມີຜູ້ເສຍຊີວິດເຖີງ 30 ຄົນ ແລະ ບາດເຈັບອີກຫຼາຍ ໃນນັ້ນ 11 ຄົນ ອາການສາຫັດ ເຊີ່ງເຈົ້າໜ້າທີ່ຕ້ອງໃຊ້ເວລາກວ່າ 2 ຊົ່ວໂມງຈຶ່ງສາມາດດັບໄຟໄດ້.

ອຸປະຕິເຫດດັ່ງກ່າວ ເຮັດໃຫ້ລົດຕິດຢາວກວ່າ 3-4 ກິໂລແມັດ ສ່ວນສາເຫດຄາດວ່າມາຈາກສະພາບອາກາດ ເນື່ອງຈາກຟ້າມືດຄື້ມ ໝອກລົງໜັກ ແລະ ຫຼັງເກີດອຸປະຕິເຫດຍິ່ງເຮັດໃຫ້ມົນລະພິດໜາຂື້ນ ເຊີ່ງເປັນເຫດການທີ່ເສຍຫາຍຫຼາຍ ສະນັ້ນເວລາຂັບຂີ່ຍານພາຫະນະບໍ່ວ່າຊະໜິດໃດກໍ່ຄວນມີສະຕິ ບໍ່ປະໝາດ ແລະ ເຄົາລົບກົດຈາລະຈອນຢ່າງເຂັ້ມງວດ ເພື່ອຄວາມປອດໄພ.

ไม่มีความคิดเห็น