ອີຣ່ານ ລັດເຊຍ ເດີນໜ້າພັດທະນາພະລັງງານຮ່ວມກັນ ມູນຄ່າ 3 ໝື່ນລ້ານໂດລາ ກົດດັນສະຫະລັດ ຕ້ອງທົບທວນຫາກຄິດຂວຳ້ບາດອີຣ່ານ
ເມື່ອວັນທີ່ 1 ພະຈິກ ທີ່ຜ່ານມາ ວະລາດິເມຍ ປູຕີນ ຜູ້ນຳລັດເຊຍ ໄດ້ເດີນທາງໄປອີຣ່ານເພື່ອກະຊັບຄວາມສຳພັນລະຫວ່າງ 2 ປະເທດ. ການພົບກັນຂອງ 2 ຜູ້ນຳປະເທດຈະມີການຫາລືກັນເລື່ອງຂອງຂໍ້ຕົກລົງນິວເຄຼຍ ສະຖານະການໃນຕາເວັນອອກກາງ ແລະ ວິກິດໃນຊີເລຍ ເພາະທັງ 2 ປະເທດຕ່າງເປັນຜູ້ໃຫ້ການສະໜັບສະໜຸນດ້ານປະທານາທິບໍດີ ບາຊາອັລ ອັສຊາດ ເຊີ່ງຕ່າງຈາກ ສະຫະລັດ ຕຸລະກີ ແລະ ຊາດອາຣັບອື່ນໆ ທີ່ຕ່າງກໍ່ຕ້ອງການໂຄ່ນລົ້ມລັດຖະບານຊີເລຍ ພາຍໃຕ້ການນຳຂອງບາຊາອັລ ອັສຊາດ.
ນອກຈາກນັ້ນ ຍັງໄດ້ມີການເຈລະຈາໃຫ້ທາງດ້ານບໍລິສັດລອສແນັບ ບໍລິສັດຜູ້ຜະລິດນຳ້ມັນຂອງລັດເຊຍ ແລະ ບໍລິສັດນຳ້ມັນແຫ່ງຊາດຂອງອີຣ່ານ ໄດ້ເຊັນສັນຍາຂໍ້ຕົກລົງມູນຄ່າ 3 ໝື່ນລ້ານໂດລາຮ່ວມກັນ.


Post a Comment