ອີຢິບໂຫດ!!! ສົ່ງເຮືອບິນໄລ່ລ່າໂຈມຕີໄອເອສຈົນຮອດກາງທະເລຊາຍ(ມີຄລິບ.)
ສື່ອີຢິບ
ເຜີຍແຜ່ຄລິບວີດີໂອ ວິນາທີລູກສອນໄຟຈາກເຮືອບິນຂອງກອງທັບລະເບີດສັງຫານນັກຮົບຕິດອາວຸດ 5
ລາຍຫຼັງຈາກເຈົ້າໜ້າທີ່ຕອບໂຕ້ນັກຮົບໄອເອສຈົນຖອຍ ແລະສົ່ງເຮືອບິນໄລ່ລ່າຈົນຕ້ອງຫຼົບລີ້
ສໍານັກຂ່າວຕ່າງປະເທດລາຍງານວ່າ
ກອງທັບຂອງປະເທດອີຢິບຕອບໂຕ້ນັກຮົບລັດອິສະລາມ(ໄອເອສ) ທີ່ບຸກໂຈມຕີດ່ານຂອງຕໍາຫຼວດໃນ
ນໍຣ໌ທ ໄຊນາຍ ຈົນຕ້ອງຖອຍໃນຕອນເຊົົ້າຂອງວັນທີ່ 2 ພະຈິກ
ກ່ອນສົ່ງເຮືອບິນເຈັດຕິດຕາມໄລ່ລ່າຈົນເຖິງຂັ້ນທີ່ຕ້ອງຫຼົບລີ້ຕົວໃນທະເລຊາຍຂອງກຸ່ມໄອເອສ
ຈື່ງເປີດສາກໂຈມຕີທາງອາກາດ.
ສື່ອີຢິບ ເຜີຍແຜ່ຄລິບວີດີໂອ ວິນາທີລູກສອນໄຟຈາກເຮືອບິນຂອງກອງທັບພຸ່ງເຂົ້າໃສ່ກຸ່ມນັກຮົບຕິດອາວຸດທີ່ພະຍາຍາມເເລ່ນໜີ ກ່ອນທີ່ລູກສອນໄຟຈະລະເບີດເປັນລູກໄຟຂະໜາດໃຫຍ່ ຂະນະດຽວກັນໂຄສົກຂອງກອງທັບລະບຸວ່າ ການໂຈມຕີຄັ້ງນີ້ເຮັດໃຫ້ນັກຮົບໄອເອສເສຍຊີວິດ 5 ລາຍ ແລະບາດເຈັບອີກ 6 ຄົນ ນອກຈາກນີ້ຍັງທໍາລາຍອາຄານ 2 ຫຼັງທີ່ກຸ່ມໄອເອສຫຼົບຫຼີຢູ່ອີກດ້ວຍ

Post a Comment