ມີການຂູ່່ວາງລະເບີດ 4 ຈຸດ ຂະນະທີ່ທຣໍ້າກໍາລັງຢ້ຽມຢາມຍີ່ປຸ່ນ


ມີລາຍງານຈາກສໍານັກຂ່າວຕ່າງປະເທດວ່າ ຕໍາຫຼວດຍີ່ປ່ນໄດ້ຮັບລາຍງານວ່າມີການຂູ່ວາງລະເບີດ 4 ແຫ່ງໃນແຫຼ່ງທ່ອງທ່ຽວຊື່ດັງຂອງຍີ່ປຸ່ນ ໂດຍສະຖານີໂທຂູ່ວາງລະເບີດ ມີຄົນໄປມາຫຼວງຫຼາຍແລະເປັນສະຖານທີ່ທີ່ມີຄົນຢູ່ຮ່ວມກັນເປັນຈໍານວນຫຼາຍໂດຍການຂູ່ວາງລະເບີດຄັ້ງນີ້ ເກີດຂື້ນລະຫວ່າງການເດີນທາງຢ້ຽມຢາມຂອງ ໂດນັລ ທຣໍ໊າ ກໍາລັງຢ້ຽມຢາມປະເທດຍີ່ປຸ່ນ


ໂດຍຈຸດທີ່1 ບໍລິສັດຂົນສົ່ງວນຊົນໃຫ້ບໍລິການເຮືອເຟີຣ໌ຣີ່ຂ້າມຝາກໃນແຂວງຊິງະ ໄດ້ຮັບໂທລະສັບຈາກຊາຍຄົນໜື່ງໂດຍອ້າງວ່າວາງລະເບີດໃນເຮືອເຟີຣ໌ີ່ແລະຈະລະເບີດພາຍໃນ 1 ຊົ່ວໂມງ ທາງການຍີ່ປຸ່ນສັ່ງໃຫ້ອົບພະຍົບລູກເຮືອ 290 ຄົນໃນທັນທີຫຼັງຈາກການອົບພະຍົບ ຕໍາຫຼວດໃນພື້ນທີ່ໄດ້ເຂົ້າກວດກາໃນເຮືອເຟີຣ໌ຣີ່ ແຕ່ບໍ່ພົບວັດຖຸລະເບີດ

ຈຸດທີ່2 ເມືອງຮິໂຣຊິມະ  ໂດຍອ້າງວ່າ ມີລະເບີດໃນເຮືອເຟີຣ໌ຣີ່ທີ່ຈະເດີນທາງໄປເກາະອຶສິກຸຊິມະ ທີ່ກໍາລັງພານັກທ່ອງທ່ຽວຈໍານວນຫຼາຍໄປຢ້ຽມຊົມປະຕູລອຍນໍ້າທີ່ສານເຈົ້າຊິນໂຕ
ຈຸດທີ່3 ໃນຫ້າງສັບພະສິນໃນເມືອງໂອຊາກາ ໂດຍຈຸດທີ່ສາມນີ້ເປັນເວລາໃກ້ຄຽງກັນທີ່ມີຄົນຮ້າຍໂທຂູ່ວາງລະເບີດຈຸດທີ່ສອງ
ຈຸດທີ່ 4 ສະຖານີລົດໄຟຊານໂຈ ເຊິ່ງຢູ່ໃກ້ແຫຼ່ງທ່ອງທ່ຽວແລະລະເບີດທໍາງານພາຍໃນ 1 ຊົ່ວໂມງ ເຮັດໃຫ້ເຈົ້າໜ້າທີ່ຕ້ອງສັ່ງປິດສະຖານນີແລະອົບພະຍົບຜູ້ໂດຍສານ 8,000 ຄົນ


ໃນການໂທຂູ່ວາງລະເບີດຄັ້ງນີ້ ເຊິ່ງບໍ່ໄກຈາກກຸງໂຕກຽວໂດຍໃນຂະນະທີ່ປະທານາທິບໍດີໂດນັລທຣ້ໍາ ຢູ່ລະຫວ່າງການທາງຢ້ຽມຢາມຍີ່ປຸ່ນແລະທາງເຈົ້າໜ້າທີ່ຕໍາຫຼວດຢູ່ລະຫວ່າງການສືບສວນຈັບກຸມຜູ້ຕ້ອງສົງໄສຕໍ່ໄປ

ไม่มีความคิดเห็น