ຣັດເຊຍເຜີຍຊຸດທະຫານ ທົນຄວາມຮ້ອນໃສ່ຍ່າງຜ່ານແປວໄຟກັບລະເບີດໄດ້ສະບາຍ(ມີຄລິບ)


ໃນວັນທີ່ 6 ພະຈິກເວັບໄຊຕ໌ the sun  ລາຍງານວ່າເຫຼົ່ານັກວິທະຍາສາດຣັດເຊຍເດີນໜ້າພັດທະນາຊຸດຄອມແບຕໃຫ້ແກ່ທະຫານແນວໜາທີ່ຈະໃຊ້ນຸ່ງໃນສະໜາມຮົບບໍ່ຢຸດ ໂດຍໄດ້ເປີດເຜີຍຊຸດຄອມແບຕ ທີ່ເອີ້ນກັນວ່າຊຸດຊຸບເປີແມນ ທີ່ທົນຕໍ່ຄວາມຮ້ອນ ແປວໄຟແລະແປວໄຟຈາກລະເບີດ ອອກໃຫ້ຊາວໂລກໄດ້ຮັບຮູ້ ໂດຍການພັດທະນາຊຸດຄອມແບຕກັນຄວາມຮ້ອນນີ້ເປັສ່ວນໜື່ງຂອງໂຄການ ແຣຕນິກ ທີຄາດວ່າຈະແລ້ວສົມບູນນໍາມາໃຊ້ງານໃນປີ 2020



ຈາກຄລິບທີ່ເຜີຍແຜ່ທາງອອນໄລນ໌ ສະແດງໃຫ້ເຫັນຊ່ວງເຫດການທີ່ ວິກຕໍເຣຍ ໂຄເລສນິໂຄວາ ຍິງສາວໃຈກ້າຈາກການທົດສອບນຸ່ງຊດດັ່ງກ່າວ ແລະນາງໄດ້ຍ່າງຜ່ານແປວໄຟຈາກລະເບີດໄປໄດ້ແບບສະບາຍ ແລະຫຼັງຈາກທີ່ນາງທົດລອງສໍາເລັດລົງດ້ວຍດີ ນາງໄດ້ຮັບດອກໄມ້ຂອບໃຈທີ່ນຸ່ງຊຸດທົດສອບຄັ້ງນີ້ຈາກ ທ່ານ ເຊີຣ໌ເກ ຕິຕໍຟ ຫົວໜ້າຝ່າຍອຸປະກອນຂອງ TSNIOCHMASH ຂະນະທີ່ນາງບອກວ່າຊຸດຄອມແບຕ ນີ້ປ້ອງກັນຄວາມຮ້ອນໄດ້ດີຫຼາຍແລະຫູຂອງລາວບໍ່ເປັນຫຍັງຈາກແຮງລະເບີດແລະຄວາມຮ້ອນ

ไม่มีความคิดเห็น