ນາຍພົນໂຄຣເອເຊຍ ດື່ມຢາພິດຂ້າຕົວຕາຍ ໃນຂະນະທີ່ສານກໍາລັງຕັດສິນຄະດີ ຜ່ານການຖ່າຍທອດສົດ(ມີຄລິບ)
ສໂລໂບດານ ປຣາຢຽດ
ອະດີດຜູ້ນໍາພັກການເມືອງແລະກອງທັບໂຄຣເອເຊຍ 1 ໃນ 6 ຈໍາເລີຍຂໍ້ຫາອາດຊະຍາກໍອນສົງຄາມໂຄຣເອເຊຍ-ບໍສເນຍ
ດື່ມຢາພິດຂ້າຕົວຕາໃນສານ ກຸງເຮກ ຫຼັງຖືກຕັດສິນໃຫ້ຈໍາຄຸກ 20 ປີ
ໃນວັນທີ່ 30 ພະຈິກ
2017 ສໍານັກຂ່າວຕ່າງປະເທດລາຍງານວ່າ ນາຍພົນ ສໂລໂບດານ ປຣາຢຽດ
ອາດີດຜູ້ນໍາພັກການເມືອງແລະກອງທັບໂຄຣເອເຊຍ 1 ໃນ 6 ຈໍາເລີຍຂໍ້ຫາອາດຊະຍາກອນສົງຄາມຈາກສົງຄາມໂຄຣເອເຊຍ-ບໍສເນຍ
ໄດ້ດື່ມຢາພິດລະຫວ່າງຮັບຟັງຄໍາຕັດສິນຂອງຜູ້ພິພາກສາຊັ້ນອຸທອນຂອງສານອາຍາປະເທດສໍາລັບອາດີດ ຢູໂກສລາເວຍ ຫຼື ICTY ຫຼັງຈາກຄະນະຕຸລາການອາຍາລະຫວ່າງປະເທດສໍາລັບອາດີດຢູໂກສລາເວຍພິພາກສາຢືນໃຫ້ຈໍາຄຸກ
20 ປີ ໂດຍຄະດີນີ້ໄດ້ຖືກຕັດສິນໄປໃນປີ 2013 ແຕ່ ປຣາຢຽດໄດ້ຢື່ນອຸທອນ
ຂະນະດຽວກັນຊາວໂຄຣເອເຊຍແລະບໍສເນຍໃນເມືອງມໍສຕ້າ
ທາງພາກໃຕ້ຂອງບໍສເນຍແລະເຮີເຊໂກວິນາ ທີ່ຮັບຮູ້ຂ່າວກໍພາກັນໃຕ້ທຽນໄວ້ອາໄລໃນຖານະທີ່ເປັນວິລະບູຫຼຸດຂອງຊາວບໍສເນຍ-ໂຄຣແອດ




Post a Comment