ສະຫະລັດຮຽກຮ້ອງໃຫ້ປະຊາຄົມໂລກ ຕັດສໍາພັນກັບເກົາຫຼີເໜືອ ຫຼັງຈາກຍິງຂີປນາວຸດຂ້າມທະວີບ
ໃນວັນທີ່ 30 ພະຈິກ 2017
ສໍານັກຂ່າວຕ່າງປະເທດລາຍງານວ່າ ຫຼັງຈາກທີ່ເກົາຫຼີເໜືອທົດສອບຍິງຂີປະນາວຸດລຸ່ນໃໝ່ ຮວາຊອງ-15
ຈາກແຂວງພະຍອງອັນໃຕ້ໄປຕົກເຂດນ່ານນໍ້າເສດຖະກິດພິເສດຂອງທະເລຍີ່ປຸ່ນ ຂອງວັນທີ່ 29
ພະຈິກທີ່ຜ່ານມາ ຕໍ່ມາ ຄິມ ຈອງ-ອຶນ ຜ້ນໍາສູງສຸດເກົາຫຼີເໜືອ ໄດ້ອອກມາກ່າວເຖິງຄວາມສໍາເລັດ
ຂອງການທົດສອບຍິງຂີປະນາວຸດ ແລະຍັງກ່າວໄວ້ວ່າ ສາມາດຖະຫຼົ່ມສະຫະລັດອາເມຣິກາໄດ້ທັງປະເທດ
ຮວາຊອງ-15
ຕໍ່ມາໃນວັນດຽວກັນ ນາງ ນິກກີ້
ເຮລີຍ໌ ເອກອັກຄະລາຊະທູດສະຫະລັດປະຈໍາ ສະຫະປະຊາຊາດ ໄດ້ກ່າວຕໍ່ທີ່ປະຊຸມຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ
ທາງສະຫະລັດນັ້ນ ບໍ່ເຄີຍຕ້ອງການເຮັດສົງຄາມກັບເກົາຫຼີເໜືອ ແຕ່ເມືອທາງເກົາຫຼີໄດ
ຍຸກແຍ່ ແລະຖ້າຫາກສະຖານະການເປັນເກີດຂື້ນແທ້ ນັ້ນແມ່ນມາຈາກເກົາຫຼີເໜືອເອງທີ່ຍຸກແຍ່ແລະຖ້າຫາກສົງຄາມເກີດຂື້ນແທ້ລັດຖະບານເກົາຫຼີເໜືອຈະຖືກທໍາລາຍຢ່າງສີ້ນຊາກ
ນາງ ນິກກີ້ ເຮລີຍ໌ ເອກອັກຄະລາຊະທູດສະຫະລັດປະຈໍາ ສະຫະປະຊາຊາດ
ນອກຈາກນີ້ ນາງ ນິກກີ້
ເຮລີຍ໌ ນອກຈາກນີ້ຍັງກ່າວຕໍ່ຄະນະມົນຕີແຫ່ງສະຫະປະຊາຊາດວ່າ ໂດນັລ ທຣໍ້າ ປະທານາທິບໍດີສະຫະລັດ
ໄດ້ຮຽກຮ້ອງໃຫ້ປະຊາຄົມໂລກຍຸດຄວາມສໍາພັນທາງການທູດແລະການຄ້າກັບເກົາຫຼີເໜືອ
ໂດບໄດ້ຕໍ່ສາຍກົງໄປຫາ ທ່ານ ສີ ຈິ້ນຜິງ ປະທານາທິບໍດີຈີນ ເພື່ອໃຫ້ລັດຖະບານຕັດການສົ່ງນໍ້າມັນດິບແລະຜະລິດຕະພັນປີໂຕຣລຽມໄປຫາເກົາຫຼີເໜືອຢ່າງເດັດຂາດ
ຂະນະດຽວກັນທາງດ້ານຝັ່ຣງເສດ
ເກົາຫຼີໃຕ້ ແລະຍີ່ປຸ່ນຮຽກຮ້ອງໃຫ້ເພີ່ມມາດຕະກ່ານຂວໍ້າບາດເກົາຫຼີເໜືອ
ສ່ວນທາງດ້ານໜດເຊຍແລະຈີນເຊີ່ງເປັນ2 ໃນ 5 ປະເທດ ສະມາຊິດສະຫະປະຊາຊາດ ຮ່ວມປະນາມການຍິບງຂີປະນາວຸດຂອງເກົາຫຼີເໜືອຄັ້ງນີ້
ແຕ່ຍັງຢືນຍັງແນວຄິດຂອງການໃຫ້ສະຫລັແລະເກົາຫຼີໃຕ້ຢຸດການຊ້ອມຮົບ
ເພື່ອໃຫ້ເກົາຫຼີເໜືອຢຸດໂຄງການນິວເຄຣຍ




Post a Comment