ໂສມແດງກ່າວ..ສະຫະລັດປຸກປັ່ນຄວາມຕຶ່ງຄຽດຍົ່ວຍຸໃຫ້ເກີດສົງຄາມນິວເຄຣຍ



    ມີລາຍງານຂ່າວຈາກສໍານັກຂ່າວຕ່າງປະເທດລາຍງານວ່າເມື່ອວັນສຸກ ກົງກັບວັນທີ່ 3 ເດືອນພະຈິກທີ່ຜ່ານມາ ມີລາຍງານຈາກສຳນັກຂ່າວຕ່າງປະເທດລາຍງານວ່າ ສາທາລະນະລັດ ປະຊາທິປະໄຕປະຊາຊົນເກົາຫຼີ ໄດ້ກ່າວຫາສາຫະລັດວ່າ ຍົ່ວຍຸໃຫ້ເກີດຄວາມຕຶງຄຽດໂດຍການຖີ້ມລະເບີດທາງຍຸດທະສາດເໜືອແຫຼມເກົາຫຼີ

ໂດຍກອງທັບເຮືອບິນຖີ້ມລະເບີດນິວເຄຣຍ B-1B ທີ່ປະຈໍາຢູ່ໃນຖານທັບອາກາດແອນເດີສັນເທິງເກາະກວມໄດ້ບິນເຂົ້າມາລົງຈອດທີ່ເກົາຫຼີໃຕ້ເພື່ອເຮັດຄືກັບວ່າກຳລັງດຳເນີນການຊ້ອມທິ້ມລະເບີດນິວເຄີລຍໂດຍມີເປົ້າໝາບພື້ນທີ່ສຳຄົນຄືເກົາຫຼີເໜືອ.
ສໍານັກຂ່າວ KCNA ຂອງທາງເກົາຫຼີເໜືອລາຍງານວ່າ ຫຼັງຈາກທີ່ສະຫະລັດແລະເກົາຫຼີໃຕ້ໄດ້ຮ່ວມມືດໍາເນີນການເຝິກຊ້ອມທາງກອງທັບເຮືອເປັນທີ່ຮຽບຮ້ອຍແລ້ວ ປະກົດວ່າ Ronald Reagan ເຮືອບັນທຸກເຮືອບິນຂອງສະຫະລັດຍັງບໍ່ເຄື່ອນທີ່ອອກຈາກນ່ານນໍ້າແຫຼມເກົາຫຼີ ຂະນະດຽວກັນເຮືອບັນທຸກເຮືອບິນອີກ 2ລໍາ ຄື Theodore Roosevelt ແລະ Nimitz  ກໍຍັງຄົງຢູ່ໃນຂົງເຂດປະຕິບັດການກອງທັບເຮື່ອທີ່ 7 ຂອງສະຫະລັດຕໍ່ໄປຄືກັນ


ສິ່ງທີ່ເກີດຂື້ນສະແດງໃຫ້ເຫັນຢ່າງຈະແຈ້ງວ່າສະຫະລັດກໍາລັງດໍາເນີນການເພື່ອເຮັດໃຫ້ສະຖານະການໃນແຫຼມເກົາຫຼີຕືງຄຽດແລະພະຍາຍາມທີ່ຈະຍົ່ວຍຸໃຫ້ເກີດສົງຄາມນິວເຄຣຍ
ແຫຼງທີ່ມາ Chaina Xinhua News,KCNA

ไม่มีความคิดเห็น