ທະຫານມາເລເຊຍ ລົງພື້ນທີ່ລຸຍນຳ້ຊ່ວຍຊາວ ປີນັງ ຫຼັງຖືກໄຕ້ຝຸ່ນຖະຫຼົ່ມຈົນນຳ້ຖ້ວມສູງ


ສຳນັກຂ່າວຣອຍເຕີລາຍງານວ່າ ວັນທີ່ 5 ພະຈິກນີ້ກອງທັບມາເລເຊຍໄດ້ລົງພື້ນທີ່ປະສົບໄພນຳ້ຖ້ວມ ໃນລັດປີນັງ ປະເທດມາເລເຊຍ ເພື່ອຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນຳ້ຖ້ວມ ໂດຍລັດຖະມົນຕີແຫ່ງລັດປີນັງຖະແຫຼງວ່າ ມີປະຊາຊົນກວ່າ 2000 ຄົນ ທີ່ຕ້ອງອົບພະຍົບອອກຈາກພື້ນທີ່ ຫຼັງຈາກ 80% ຂອງພື້ນທີ່ລັດປີນັງ ຖືກພາຍຸໄຕ້ຝຸ່ນຖະຫຼົ່ມຈົນເກີດຝົນຕົກໜັກ ແລະ ນຳ້ຖ້ວມສູງເຖີງ 3-4ແມັດ ພ້ອມແນະນຳໃຫ້ປະຊາຊົນຢູ່ແຕ່ໃນບ້ານເພື່ອຄວາມປອດໄພ.




ไม่มีความคิดเห็น