ຮັກແທ້ມີຈິງ! ສາວເຄາະຮ້າຍຖືກສາດນໍ້າກົດເສຍໂສມແຕ່ພົບຮັກແທ້ໃນລະຫວ່າງການຮັກສາຕົວ

          

ເປັນເລື່ອງໜື່ງທີ່ຫາກໃຜອ່ານແລ້ວຕ້ອງເຊື່ອວ່າຮັກແທ້ມີຈິງ ໂດຍເລື່ອງກ່າວເກີດຂື້ນກັບສາວເຄາະຮ້າຍຊື່ວ່າ Pramodini Roul ຫຼື Rani ຊາວອິນເດຍ ເຊິ່ງນາງຕ້ອງມາເສຍໂສມ ເນື່ອງຈາກຖືກທະຫານຮັກສາການຄົນທີ່ມາຕິດພັນກັບນາງ ສາດນໍ້າກົດໃສ່ ຍ້ອນວ່ານາງບໍ່ຍອມແຕ່ງງານກັບທະຫານຄົນດັ່ງກ່າວ ເຮັດນາງ Rani ຕ້ອງສູນເສຍການເບິ່ງເຫັນແລະນາງຍັງເສຍໂສມອີກດ້ວຍ


ໃນລະຫວ່າງການຮັກສາ ນາງ Rani ຕ້ອງທົນທຸກທໍລະມານຫຼາຍຢ່າງ ເຊິ່ງນາງຕ້ອງໃຊ້ເວລານານກວ່າ ເດືອນຢູ່ໃນຫ້ອງ ໄອຊີຢູ ແລະຊ່ວງນັ້ນນາງທຽວເຂົ້າອອກໂຮງໝໍຕະຫຼອດ ເພື່ອຮັກສາແລະຟື້ນຟູຈິດໃຈ ເຮັດໃຫ້ ນາງ Rani ໄດ້ມີໂອກາດພົບ Saroj Kumar Sahoo ຊາຍໜຸມໄວ 26 ປີ ໃນຊ່ວງເດືອນມີນາ ປີ 2014 ເຊິ່ງຊາຍຄົນນີ້ເປັນເພື່ອພະຍາບານທີ່ມາດູນາງ Rani ໃນຊ່ວງທໍາອິດ Saroj ຍັງບໍ່ໄດ້ລົມກັບ ນາງ Rani ແຕ່ຫຼັງຈາກນັ້ນ 15 ວັນ Saroj ກໍໄດ້ມມາຢ້ຽມຢາມ ນາງຫຼາຍຂື້ນຈົນກາຍເປັນຄວາມຮັກ ແລະຈົນເຮັດໃຫ້ Saroj ລາອອກຈາກວຽກແລະໃຊ້ເວລາ 8 ຊົ່ວໂມງໃນການດູແລ ນາງ Rani ເປັນຢ່າງດີ


ຫຼັງຈາກ ນາງ Rani ໄດ້ຮັບການຮັກສາເປັນໄລຍະເວລາ 10 ປີ ເຊິ່ງນາງຕ້ອງພົບກັບຄວາມທຸກທໍລະມານຫຼາຍຢ່າງ ທັງການຜ່າຕັດໄສຍະກໍາກວ່າ 5 ຄັ້ງ ການເຮັດໃຫ້ຕາເບື້ອງຊາຍຂອງນາງກັບມາເບິ່ງເຫັນເປັນປົກກະຕິ ອີກທັງຍັງຕໍ່ສູ້ກັບ ພາວະຊືມເສົ້າແລະໃຊ້ເວລາກວ່າ 4 ປີ ໃນການຟື້ນຟູຮ່າງກາຍໃຫ້ກາຍມາຍ່າງໄດ້ ເຊິ່ງຄວາມທໍລະມານຫຼາຍຢ່າງນີ້ຜ່ານໄປໄດ້ຍ້ອນມີ Saroj ຄອຍເປັນກໍາລັງໃຈໃຫ້ຕະຫຼອດມາ ຈົນຮອດວັນທີ່ 14 ມັງກອນ ປີ 2016 ທັງຄູ່ໄດ້ເຜີຍຄວາມຮູ້ສືກດີໆຕໍ່ກັນແລະໄດ້ມາໃຊ້ຊີວິດຮ່ວມກັນຢ່າງມີຄວາມສຸກ



ไม่มีความคิดเห็น