"ທຣໍ້າ" ຕອບໂຕ້ "ຄີມ"ວ່າ ອ້ວຍເຕ້ຍ ຍອມບໍ່ໄດ້ທີຖືກເວົ້າວ່າ "ເຖົ້າແລ້ວຫຼົງໆລືມໆ"
ໂດນັລທຣໍ້າ
ໂພສ໌ທະວິດເຕີສຽດສີ ຄີມ ຈອງ-ອຶນ ເພື່ອຕອບໂຕ້ກັບຖະຫຼງການຈາກເກົາຫຼີເໜືອທີ່ ລະບຸວ່າ
ລາວເປັນຄົນທໍາລາຍລ້າງ ແລະ ເອີ້ນລາວວ່າ ເຖົ້າແລ້ວຫຼົງໆລືມໆ
ສໍານັກຂ່າວຕ່າງປະເທດລາຍງານວ່າ
ໃນວັນທີ່ 11 ພະຈິກ ໂຄສົກກະຊວງຕ່າງປະເທດເກົາຫຼີເໜືອ ອອກຖະແຫຼງການປະນາມໂດນັລ ທຣໍ້າ
ປະທານາທິບໍດີສະຫະລັດ ວ່າເປັນຜູ້ທໍາລາຍລ້າງ ີ່ຮຽກຮ້ອງໃຫ້ເກີດສົງຄາມນິວເຄຣຍ
ລະຫວ່າງລາວຢ້ຽມຢາມ ທະວີບອາຊີໃນຊາວງທີ່ຜ່ານມາ ແລະເອີ້ນຜູ້ນໍາສະຫະລັດລາຍນີ້ວ່າ
ຄົນເຖົ້າຈົນຫຼົງໆລືມໆ ເຊິ່ງລັດຖະບານປຽງຢາງເຄີຍໃຊ້ເອີ້ນ
ທຣໍ້າມາແລ້ວກ່ອນໜ້ານີ້
ຕໍ່ມາໃນຊ່ວງເຊົ້າຂອງວັນອາທິດ
ທຣໍ້າ ໄດ້ອອກມາໂຕ້ຕອບຄໍາສົບປະມາດຂອງເກົາຫຼີເໜືອ ໂດຍໂພສ໌ຂໍ້ຄວາມຜ່ານ ເວັບໄຊ
ທະວິດເຕີວ່າ ເປັນຫຍັງ ຄິມ ຈອງ-ອຶນ ຈື່ງຕ້ອງດູຖູກຂ້ອຍ ດ້ວຍການບອກວ່າຂ້ອຍເຖົ້າ
ໃນເມືອຂ້ອຍບໍ່ເຄີຍເວົ້າໃຫ້ວ່າ ອ້ວນເຕ້ຍ ເລີຍແມ່ນບໍ? ແຕ່ກໍ່ຊ່າງມັນ
ຂ້ອຍພະຍາຍາມຢ່າງໜັກເພື່ອຈະເປັນເພື່ອນກັບລາວແລະຈັກມື້ໜື່ງຄົງຈະເກີດຂື້ນ
ສົງຄາມນໍ້າລາຍຄັ້ງລ່າສຸດນີ້ເກີດຂື້ນ
ລະຫວ່າງຜູ້ນໍາສະຫະລັດກັບເກົາຫຼີເໜືອ ເກີດຂື້ນຫຼັງ ທຣໍ້າເດີນທາງຢ້ຽມຢາມ ຫວຽດນາມ ເຊີ່ງປະເດັນເລື່ອງໂຄງການນິວເຄຣຍຂອງເກົາຫຼີເໜືອເປັນຫົວຂໍ້ໃຫຍາໃນການເຈລະຈາ
ໂດຍ ທຣໍ້າຮຽກຮ້ອງໃຫ້ຕ່າງປະເທດຢຸດໃຫ້ການສະໜັບາະໜູນທາງການເງິນ
ລວມທັງຢຸດການຄ້າກັບເກົາຫຼີເໜືອດ້ວຍ
Post a Comment