ທຣຳ້ ເຜີຍ ປູຕິນ ຮູ້ສຶກຖືກດູໝິ່ນດ້ວຍຂໍ້ກ່າວວ່າແຊກແຊງການເລືອກຕັ້ງສະຫະລັດ


BBC ລາຍງານເມື່ອວັນທີ່ 12 ພະຈິກ ເຖີງການລົມກັນສັ້ນໆລະຫວ່າງ ປະທານາທິບໍດີ ໂດໂນລ ທຣຳ້ ແລະ ປະທານາທິບໍດີ ວາລາດິເມຍ ປູຕິນ ໃນເວທີການປະຊຸມຄວາມຮ່ວມມືເອເຊຍປາຊີຟິກ ຫຼື ເອເປັກ ທີ່ນະຄອນດາໜັງ ປະເທດຫວຽດນາມ ວ່າ ທ່ານ ປູຕິນ ຍືນຍັນວ່າບໍ່ໄດ້ເຂົ້າໄປກ້າວກ່າຍການເລືອກຕັ້ງສະຫະລັດເລີຍ ແລະ ຮູ້ສຶກຖືກດູໝິ່ນດ້ວຍຂໍ້ກ່າວຫານີ້.


“ຂ້ອຍຖາມລາວອີກຄັ້ງ ລາວວ່າບໍ່ໄດ້ຫຍຸ້ງກ່ຽວຫຍັງເລີຍກັບການເລືອກຕັ້ງຂອງສະຫະລັດ ແລະ ລາວກໍ່ຮູ້ສຶກວ່າຖືກດູໝິ່ນຫຼາຍໃນຂໍ້ກ່າວຫາຕ່າງໆເຫຼົ່ານີ້ ເຊີ່ງບໍ່ແມ່ນເລື່ອງດີເລີຍກັບສະຫະລັດ” ທຣຳ້ເຜີຍເຖີງເນື້ອຫາການລົມກັນດັ່ງກ່າວ.

ເມື່ອນັກຂ່າວຖາມວ່າແລ້ວເຊື່ອ ຫຼື ບໍ່ ທຣຳ້ກ່າວວ່າ “ ລາວຍືນຍັນໜັກແໜ້ນວ່າບໍ່ໄດ້ເຮັດ ປະທານາທິບໍດີ ປູຕິນ ເວົ້າຢ່າງຈິງຈັງວ່າບໍ່ໄດ້ກ່ຽວຫຍັງເລີຍ ດັ່ງນັ້ນ ເຮົາຕ້ອງບໍ່ໄປຕໍ່ຄວາມຍາວສາວຄວາມຢຶດອີກ ເພາະເຮົາຕ້ອງເລີ່ມລົມເລື່ອງຊີເລຍ ແລະ ເລື່ອງຢູເຄນໄດ້ແລ້ວ”.

ไม่มีความคิดเห็น