ທ່ານ ທອງລຸນ ສີສຸລິດ ຊົມເຊີຍຄວາມຄືບໜ້າ ການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ
ເມື່ອ 4 ພະຈິກທີ່ຜ່ານມານີ້, ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ໄດ້ລົງສຳຫຼວດໂຄງການກໍ່ສ້າງທາງລົດໄຟລາວຈີນ ຢູ່ແຂວງອຸດົມໄຊທາງພາກເໜືອຂອງປະເທດລາວ ແລະ ໄດ້ຊົມເຊີຍຢ່າງສູງຕໍ່ຄວາມຄືບໜ້າຂອງການກໍ່ສ້າງ.
ກອງບັນຊາການກໍ່ສ້າງທາງລົດໄຟລາວຈີນຂອງບໍລິສັດທາງລົດໄຟຈີນໃຫ້ຮູ້ໃນວັນທີ 5 ພະຈິກນີ້ວ່າ ຫຼັງການລົງສຳຫຼວດ, ທ່ານທອງລຸນ ສີສຸລິດ ກ່າວວ່າ ທາງລົດໄຟລາວຈີນເປັນໂຄງການຮ່ວມມືຍຸດທະສາດ ລະຫວ່າງສອງປະເທດລາວຈີນ, ເປັນສາຍເຊື່ອມຕໍ່ແຫ່ງການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ພັດທະນາພ້ອມກັນຂອງສອງປະເທດລາວຈີນ, ເມື່ອທາງລົດໄຟລາວຈີນສ້າງສຳເລັດແລ້ວ ຈະກາຍເປັນພະລັງແຮງທີ່ແຂງແຮງ ໃນການຊຸກຍູ້ການພັດທະນາເສດຖະກິດຂອງປະເທດລາວ, ກໍ່ຈະສ້າງຜົນປະໂຫຍດຫຼາຍກວ່າເກົ່າ ໃຫ້ແກ່ປະຊາຊົນສອງຊາດ, ຫວັງວ່າຈະສ້າງທາງລົດໄຟລາວຈີນໃຫ້ເປັນ ທາງລົດໄຟແບບສີຂຽວທີ່ມີຄຸນນະພາບດີ ແລະ ປະສິດທິຜົນສູງ, ທັງມີຄວາມໝາຍຂ້າມຍຸກສະໄໝ.ທາງລົດໄຟລາວຈີນທິດເໜືອໄປຮອດດ່ານບໍ່ຫານ-ບໍ່ເຕນຕາມເຂດຊາຍແດນລາວ-ຈີນ, ທິດໃຕ້ໄປຮອດນະຄອນຫຼວງວຽງຈັນ, ລວງຍາວທັງໝົດ 400 ກວ່າກິໂລແມັດ, ລົງທຶນທັງໝົດເກືອບ 40 ຕື້ຢວນ.
Cr. CRI

Post a Comment