ຣັດເຊຍຕອບໂຕ້ກັບ ສັ່ງຫ້າມຊາວແຄນາດາຈໍານວນຫຼາຍເຂົ້າປະເທດ.


ມີລາຍງານຂ່າວຈາກສໍານັກຂ່າວຕ່ງປະເທດວ່າ ໃນວັນທີ່ 3 ພະຈິກທີ່ຜ່ານມາ ແຄນາດາ ໄດ້ປະກາດລົງໂທດເຈົ້າໜ້າທີ່ຣັດເຊຍຈໍານວນ 30 ຄົນໂດຍຕັ້ງຂໍ້ສັງສົງໄສວ່າມີສ່ວນກ່ຽວຂ້ອງກັບກັບການເສຍຊີວິດໃນຄຸກປີ 2009 ຂອງນັກກົດໝາຍSergei Magnitsky  ຊາວຣັດເຊຍ ຜູ້ຖືກຕັດສິນຈໍາຄຸກເພາະຂໍ້ຫາໂກງພາສີເປັນຈໍານວນຫຼາຍ
ໃນເວລາຕໍ່ມາກະຊວງການຕ່າງປະເທດຣັດເຊຍໄດ້ປະກາດວ່າ ມົດສະກູ ໄດ້ຕັດສິນໃຈອອກຄໍາສັ່ງກ້າມຊາວແຄນາດາຈໍານວນຫຼາຍເດີນທາງເຂົ້າຣັດເຊຍ ເຊິ່ງເປັນການກະທໍາເພື່ອໂຕ້ຕອບກັບມາດຕະການລົງໂທດໃໝ່ຂອງແຄນາດາ
Maria Zakharova ໂຄສົກກະຊວງການຕ່າງປະເທດຣັດເຊຍໄດ້ປະກາດສະແດງຄວາມຄິດເຫັນວ່າ ເຮົາຖືກບັງຄັບໃຫ້ຕ້ອງດໍາເນີນການໃນລັກສະນະຕອບໂຕ້ກັບໄປແລະເມື່ອພິຈາລະນາຕາມຫຼັກການຢູ່ຮ່ວມກັນແລ້ວເຮົາຈື່ງໄດ້ຕັດສິນໃຈສັ່ງຫ້າມຊາວແຄນາດາຈໍານວນຫຼາຍສິບຄົນເດີນທາງເຂົ້າປະເທດຣັດເຊຍ

Zakharova ໄດ້ໃຫ້ຂໍ້ມູນວ່າກຸ່ມທີ່ຖືກສັ່ງຫ້າມເຂົ້າປະເທດຄືກຸ່ມທີ່ເຜີຍແຜ່ໂຄສະນາຊວນເຊື່ອໃຫ້ປະຊາຊົນແຄນາດາເກີດຄວາມກຽດຊັງແລະຢ້ານກົວຕໍ່ປະເທດຣັດເຊຍ
ຂອບໃຈແຫຼ່ງຂ່າວ chaina xinhua news

ไม่มีความคิดเห็น