ວິນາທີຣັດເຊຍຖີ້ມລະເບີດພິໄສໄກໂຈມຕີທາງອາກາດທໍາລາຍຖານທີໝັ້ນໄອເອສໃນຊີເຣຍ(ມີຄລິບ)
ໃນວັນທີ່ 3
ພະຈິກ 2017 ມີລາຍງານຈາກສໍານັກຂ່າວຕ່າງປະເທດວ່າ ຊົມພາບວິນາທີເຮືອ
ບິນຖີ້ມລະເບີດພິໄສໄກ ລຸ່ນທີຢູ-22ເອັມ3 (TU-22M3) ຂອງຣັດເຊຍ
ໂດຍມີເປົ້າໝາຍຫຼັກຢູ່ກຸ່ມລັດອິດສະລາມຫຼືໄອເອສ ໃນແຂວງເດຍຣ໌ ເອຊ-ຊໍຣ໌ ທາງພາກຕາເວັນອອກຂອງຊີເຣຍບໍ່ດົນມານີ້
ລາຍງານລະບຸວ່າເຮືອບິນຖີ້ມລະເບີດຫົກລໍາໄດ້ອອກທະຍານຈາກອານາເຂດຣັດເຊຍກ່ອນມຸ່ງໜ້າໂຈມຕີຖານທີ່ໝັ້ນ
ຄັງອາວຸດແລະລະເບີດຂອງກຸ່ມຜູ້ກໍ່ການຮ້າຍ
ໂດຍພາບຈາກຄລິບວີດີໂອເຜີຍໃຫ້ເຫັນລະເບີດຫຼາຍລູກລອຍອອກຈາກຫ້ອງເຄື່ອງບິນລົງສູ່ພື້ນດິນ
ແຫຼງທີ່ມາ: chaina xinhua news




Post a Comment