ຈີນເປີດເຜີຍ ເຮືອສ້າງເກາະ ຂະໜາດໃຫຍ່ຍັກ


ທາງການຈີນໂຊເຮືອລໍາມະຫາໃຫຍ່ທີ່ໃຊ້ສໍາລັບ ສ້າງເກາະມະຫັດສະຈັນ ໂດຍເປັນເຮືອຂຸດລອກຂະໜາດໃຫຍ່ທີ່ສຸດໃນອາຊີ ແລະຄາດການວ່າຈະໃຊ້ສານຕໍ່ຖົມທະເລສ້າງເກາະທຽມໃນຈີນໃຕ້




ສໍນັກຂ່າວເອເອຟລາຍງານຈາກກຸງປັກກິ່ງ ປະເທດຈີນ ໃນວັນທີ່ 4 ພະຈິກ ວ່າເຮືອ ທຽນຄຸນເຮົາ ເຊິ່ງໃຊ້ສ້າງເກາະທຽມແບບທີ່ເຫັນກັນໃນນ່ານນໍ້າທະເລຈີນໃຕ້ ຖືກເປີດເຜີຍຕົວໃນວັນສຸກ ທີ່ທ່າເຮືອສີຕົງ ມົນທົນຈຽງຊູ ທາງພາກຕາເວັນອອກ ເຮືອລໍານີ້ສາມາດ ຂຸດຕັກດິນໄດ້ 6,000 ຄິວບິກເເມັດຕໍ່ຊົ່ວໂມງ ຫຼືເທົ່າກບເນື້ອທີ່ສະລອຍນໍ້າຂະໜາດມາດຕະຖານ 3 ສະ ມັນເປັນລຸ່ດັດແປງໝ່ໃຫ້ໃຫຍ່ຂື້ນ ຈາກຮືອທີ່ຈີນໃຊ້ຂຸດຕັກຊາຍ ຂີ້ຕົມ ແລະປະກາລັງ ເພື່ອແປງຫີນໂສໂຄກແລະເກາະຂະໜາດນ້ອຍໃນທະເລຈີນໃຕ້ ເປັນເກາະທຽມ ທີ່ສາມາດຕັ້ງຄ້າຍທະຫານເທິງເກາະໄດ້


ไม่มีความคิดเห็น