ຄິມ ຈອງ-ອຶນ ປະກາດຈະຈົມຍີ່ປຸ່ນລົງກົ້ນທະເລຫາກ "ອາເບະ" ເລືອກຢູ່ຂ້າງທຣ້ໍາ
ຄິມ ຈອງ-ອຶນ ຜູ້ນໍາສູງສຸດຂອງເກົາຫຼີເໜືອ
ປະກາດຈະຈົມຍີ່ປຸ່ນລົງກົ້ນທະເລ ຫາກ ຊິນໂສະ ອາເບະ ເລືອກທີ່ຈະເຂົ້າຂ້າງໂດນັລ ທຣໍ້າ
ຜູ້ນໍາສູງສຸດທີ່ຈະເດີນທາງຢ້ຽມຢາມຍີ່ປຸ່ນໃນວັນຈັນນີ້
ຕາມລາຍງານຂອງໜັງສືພິມ
ໂຣດອງ ຊິນມຸມ ຂອງເກົາຫຼີເໜືອ ຄິມ ຈອງ-ອຶນ ລະບຸວ່າ ນາຍົກລັດຖະມົນຕີຊິນໂສະ ອາເບະ
ກໍາລັງສ່ຽງເດີມພັນຊີວິດຂອງປະຊາຊົນແລະອານາຄົດຂອງຍີ່ປຸ່ນ
ໂດຍຫາກພວກເຂົາເຂົ້າຮ່ວມກັບສະຫະລັດຢ່າງບໍ່ຢັ້ງຄິດເພື່ອປາບປາມເກົາຫຼີເໜືອ
ເກາະຍີ່ປຸ່ນທັງໝົດອາດຖືກຈົມລົງກົ້ນທະເລ
ຄວາມເຄື່ອນໄຫວລ່າສຸດຂອງເກົາຫຼີເໜືອ
ເກີດຂື້ນກ່ອນປະທານາທິບໍດີທຣໍ້າ ເດີນທາງຢ້ຽມຢາມທະວີບອາຊີແລະຈະຢ້ຽມຢາມປະເທດຍີ່ປຸ່ນໃນວັນຈັນທີ່
6 ພະຈິກນີ້ ເຊິ່ງຄາດການວ່າ
ປະເດັນໂຄງການຂີປະນາວຸດນິວເຄຣຍຂອງເກົາຫຼີເໜືອຈະເປັນເລື່ອງທີ່ຜູ້ນໍາສູງປະເທດຫາລືກັນ

Post a Comment