ເຈົ້າຊາຍຊາອຸ... ກ່າວເດີນໜ້າກວາດລ້າງກຸ່ມກໍ່ການຮ້າຍໃຫ້ໝົດຈາກໂລກ ຫວັງພາປະເທດຂື້ນເປັນມະຫາອຳນາດໃນຕາເວັນອອກກາງ


ວັນທີ່ 27 ພະຈິກ ມຸງກຸດລາດຊະກຸມມານແຫ່ງຊາອຸດິອາຣາເບຍ ເປັນເຈົ້າພາບປະຊຸມຄວາມໝັ້ນຄົງຮ່ວມກັບພັນທະມິດອີກ 40 ປະເທດ ແລະ ຍັງປະກາດກ້າວຈະເປັນຜູ້ນຳໃນການກວາດລ້າງກຸ່ມກໍ່ການຮ້າຍ ເຊີ່ງມີລັດຖະມົນຕີກາລະໂຫມ ແລະ ເຈົ້າໜ້າທີ່ລະດັບສູງຂອງກອງທັບ ຈາກ 40 ປະເທດທີ່ປະຊາກອນສ່ວນໃຫຍ່ເປັນຄົນມຸດສະລິມ ເຂົ້າຮ່ວມການປະຊຸມດ້ານຄວາມໝັ້ນຄົງທີ່ກຸງ ລິຍາດ ປະເທດຊາອຸດິອາຣາເບຍ.

ເຈົ້າຊາຍໄດ້ມີພະລາດສະດຳລັດຕໍ່ທີ່ປະຊຸມວ່າໄພຄຸກຄາມຈາກການກໍ່ການຮ້າຍ ແລະ ແນວຄິດຫົວຮຸນແຮງ ບໍ່ແມ່ນການສັງຫານຜູ້ບໍລິສຸດ ແລະ ເຜີຍແຜ່ໂຄສະນາຊວນເຊື່ອເພື່ອສ້າງຄວາມກຽດຊັງ ແຕ່ຄືການສ້າງຄວາມເສື່ອມເສຍ ແລະ ທຳລາຍຄວາມເຊື່ອທາງສາດສະໜາ ພ້ອມທັງປະນາມເຫດການກໍ່ການຮ້າຍທີ່ມັດສິຍິດ ທາງຕອນເໜືອຂອງອີຢິບທີ່ເຮັດໃຫ້ມີຜູ້ເສຍຊີວິດກວ່າ 300 ຄົນ ແລະ ປະກາດເດີນໜ້າກວາດລ້າງກຸ່ມກໍ່ການຮ້າຍໃຫ້ໝົດຈາກໂລກນີ້.

ກົດຊົມຄລິບ

ไม่มีความคิดเห็น