ຈັດໜັກ!! ກ່ອນຖອນທັບ ລັດເຊຍເປີດປະຕິບັດການທາງອາກາດ ໄລ່ຖະຫຼົ່ມໄອເອສໃນຊີເລຍຕາຍພຽບ


ເມື່ອວັນທີ່ 26 ພະຈິກ ທີ່ຜ່ານມາ ກອງທັບລັດເຊຍໄດ້ສົ່ງເຮືອບີນຖີ້ມລະເບີດໄລຍະໄກ ຕູ-22 ເອັມ 3 ຈຳນວນ 6 ລຳ ຖີ້ມລະເບີດໂຈມຕີກຸ່ມໄອເອສ ໃນແຂວງເດອີ ເອສຊໍ ທາງພາກຕາເວັນອອກຂອງຊີເລຍ ໂດຍສາມາດທຳລາຍຖານທີ່ໝັ້ນຜູ້ກໍ່ການຮ້າຍ ທີ່ຢູ່ຊ່ອງເຂົາແມ່ນຳ້ຍູເຕຟິສ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 34 ຄົນ ໂດຍຈຳນວນນັ້ນມີເດັກລວມຢູ່ 15 ຄົນ.

ນອກນັ້ນຍັງສົ່ງເຮືອບີນຮົບໂຈມຕີທາງອາກາດ ແລະ ຍິງປືນໃຫຍ່ເຂົ້າໃສ່ພື້ນທີ່ຍຶດຄອງຂອງກະບົດ ທີ່ຊານເມືອງຫຼວງດາມັສກັດສົ່ງຜົນໃຫ້ມີຜູ້ເສຍຊີວິດ 23 ຄົນ ເດັກ 4 ຄົນ ແລະ ບາດເຈັບອີກຫຼາຍ.


ไม่มีความคิดเห็น