ໂຈນສະວີເດັນປີນລົດບັນທຸກສິນຄ້າທີ່ກໍາລັງແລ່ນເພື່ອລັກເຄື່ອງປານຢູ່ໃນໜັງ(ມີຄລິບ)
ສໍານັກຂ່າວຕ່າງປະເທດລາຍງານວ່າ
ບໍລັສັດຂົນສົ່ງສິນຄ້າ ໂພສຕ໌ນໍຣ໌ດ ຂອງປະເທດສະວີເວັນ
ຕິດຕັ້ງກ້ອງວົງຈອນປິດພາຍໃນຕູ້ສິນຄ້າເທິງລົດບັນທຸກສິນຄ້າຂອງພວກເຂົາ
ຫຼັງຈາກບໍລິສັດສົງໄສວ່າ ສິນຄ້າອາດຖືກລັກລະຫວ່າງການຂົນສົ່ງ
ລະຫວ່າງກຸງສຕອກໂຮລ໌ມແລະເມືອງກໍເທນເບີຣ໌ກແລະກໍເປັນໄປຕາມຄາດໝາຍເມື່ອມີ ໂຈນ 2 ຄົນ ປີນຂື້ນມາລົດບັນທຸກເຊິ່ງກໍາລັງແລ່ນດ້ວຍຄວາມໄວ
80 ກິໂລແມັດຕໍ່ຊົ່ວໂມງ
ພາບໃນກ້ອງສະແດງໃຫ້ເຫັນວ່າມີ
ຊາຍ 2
ຄົນເຂົ້າມາທີ່ຕູ້ສິນຄ້າດ້ວຍການຂັບລົດຈີ້ນໍາກົ້ນມາແລ້ວປີນເຂົ້າຕູ້ສິນຄ້າປານຢູ່ໃນໜັງຮໍລີວູດ
ແຕ່ກ່ອງາິນຄ້າເປັນກ່ອງເປົ່າເຮັດໃຫ້ໂນບໍໄດ້ຫຍັງຕິດມືເລີຍ
ຫຼັງຈາກນັ້ນໂຈນກຸ່ມນີ້ກໍຖືກຕໍາຫຼວດສະກັດຈັບໄດ້ ໂດຍໂຈນມີທັງໝົດ 4 ຄົນ
ເຊິ່ງຜ່ານມາແຜນການຂອງໂຈນກຸ່ມນີ້ເກີດຂື້ນໃນເດືອນກັນຍາຫຼັງຈາກທີ່
ຫຼັງຈາກສິນຄ້າເອເລັກໂທຣນິກແລະສມາດໂຟນມູນຄ່າ 244,620 ປອນ
ເສຍໄປາກຕູ້ສິນຄ້າຂອງພວກເຂົາລະຫວ່າງການສົ່ງສິນ “ຂ້ອຍຮູ້ສຶກວ່າໂຈນຕ້ອງລົງມືລະຫວ່າງຂົນສົ່ງສິຄ້າ
ແຕ່ບໍມີໃຜເຊື່ອຂ້ອຍ” ນັ້ນແມ່ນຄໍາເວົ້າຂອງຫົວໜ້າ ຮັກສາຄວາມປອດໄພຂອງບໍລິສັດ

Post a Comment