ເປີດເຜີຍ! ເກົາເໜືອທົດສອບນິວເຄຣຍບໍ່ເຕືອນປະຊາຊົນເຮັດໃຫ້ເດັກນ້ອຍພິການແຕ່ເກີດ
ສໍານັກຂ່າວໂຊຊຸນ
ອິລໂບ ຂອງເກົາຫຼີໃຕ້ລາຍງານວ່າ ຊ່ວເກົາຫຼີເໜືອຜູ້ລົບໜີຈາກປະເທດຈໍານວນ 21 ຄົນ
ເຊິງເຄີຍອາໄສໃນເຂດຄິວຈູ ທີ່ຕັ້ງຖານທົດສອບນິວເຄຍໃຕ້ດິນ ປຸງກະເຢ-ຣີ
ເປີດເຜີຍໃນການໃຫ້ສໍາພາດກັບ ສະມາຄົມວິໄຈວິໄສທັດເກົາຫຼີເໜືອ
ວ່າຜົນການທົດລອງນິວເຄຣຍຂອງລັດຖະບານປຽງຢາງ ເຮັດໃຫ້ເດັກນ້ອຍເກີດໃໝ່ຫຼາຍຄົນຕ້ອງພິການແຕ່ກໍາເນີດ
ນອກຈາກນີ້ຍັງເຮັດໃຫ້ຕົ້ນໄມ້ບໍລິເວນນັ້ນກວ່າ 80% ຕາຍໝົດແລະບໍ່ນໍ້າບາດານແຫ້ງໝົດອີກດ້ວຍ
ຜູ້ຫຼົບໜີຄົນໜື່ງກ່າວວ່າ
ປະຊາຊົນໃນເກົາຫຼີເໜືອກັງວົນເລື່ອງການປົນເປື້ອນກໍາມະຕະພາບລັງສີຫຼາຍ
ສ່ວນຜູ້ຫຼົບໜີອີກຄົນໜື່ງກ່າວວ່າ ລາວໄດ້ຍິນຂ່າວຈາກພີ່ນ້ອງທີ່ຢູ່ໃນເຂດຄິລຈູວ່າ
ໃນໂຮງໝໍມີເດັກນ້ອຍເກີດມາພ້ອມກັບຄວາມພິການແຕ່ກໍາເນີດຫຼາຍຄົນ
ຂະນະທີ່ອີກຄົນໜື່ງບອກວ່າໄດ້ໂທລົມກັບພີ່ນ້ອງທີ່ຢູ່ເກົາຫຼີເໜືອຄັ້ງລ່າສຸດບອກວ່າ
ການທົດສອບນິວເຄຣຍຄັ້ງລ່າສຸດເຮັດໃຫ້ນໍ້າໃນບໍ່ນໍ້າບາດານທຸກເເຫ່ງໃນບໍລິເວນນັ້ນແຫ້ງໝົດ


Post a Comment