ໂຄງການເສັ້ນທາງດ່ວນ ນະຄອນຫຼວງວຽງຈັນ ຫາ ວັງວຽງ ຈະເລີ່ມຕົ້ນໃນຕົ້ນປີ 2018 ນີ້


ການສ້າງເສັ້ນທາງດ່ວນ ແລະ ອຸມົງແຕ່ນະຄອນຫຼວງວຽງຈັນ ຫາ ວັງວຽງ ແຂວງວຽງຈັນ ຈະເລີ່ມຕົ້ນໃນຕົ້ນປີ 2018 ນີ້ ໂດຍມີຄວາມຍາວ 113.5 ກມ ໃນນັ້ນຕ້ອງເຈາະອຸມົງ ປະມານ 679 ມ ທີ່ພູພະ ເຊີ່ງໂຄງການນີ້ມີມູນຄ່າ 1,2 ຕື້ໂດລາ. ໂຄງການດັ່ງກ່າວເປັນໄລຍະທຳອິດຂອງສັນຍາ ການຮ່ວມທຶນສ້າງທາງດ່ວນ ລະຫວ່າງນະຄອນຫຼວງວຽງຈັນ ຫາ ບໍ່ເຕັນຂອງລາວ ແລະ ສ.ປ ຈີນ ທີ່ລົງນາມໃນວັນທີ່ 13 ພະຈິກ 2017 ຜ່ານມາລະຫວ່າງການຢ້ຽມຢາມລາວຢ່າງເປັນທາງການຂອງທ່ານ ສິ ຈິ້ນ ຜິງ.



ไม่มีความคิดเห็น