ຜົນສໍາຫຼວດຂອງເຢຍລະມັນ ທຣໍ້າ ຄືຕົວບັນຫາຫຼາຍກ່ອນ ຄິມ ຈອງ-ອຶນ
ໃນວັນທີ່ 6 ທັນວາ
2017 ສໍານັກຂ່າວຕ່າງປະເທດລາຍງານວ່າ ມູນນິທິໂຄເບີ ຂອງປະເທດເຢຍລະມັນໄດ້ສ້າງການສໍາຫຼວດຄວາມເຫັນຂອງປະຊາຊົນໃນປະເທດ
ກ່ຽວກັບຂໍ້ກັງວົນດ້ານນະໂຍບາຍຕ່າງປະເທດຂອງເຢຍລະມັນພົບວ່າ ອັນດັບ 1 ຄືເລື່ອງຂອງຜູ້ລີ້ໄພ
ໂດຍຜູ້ຕອບແບບສອບຖາມ 26 ເປີເຊັນກັງວົນກ່ຽວກັບການຮັບມືຜູ້ລີ້ໄພທີ່ໄຫຼເຂົ້າມາໃນປະເທດ
ອັນດັບທີ່ 2
ເປັນເລື່ອງຂອງຄວາມສໍາພັນກັບ ໂດນັລ ທຣໍ້າ ປະທານາທິບໍດີແລະປະເທດສະຫະລັດ
ໂດຍຜູ້ຕອບແບບສອບຖາມ 19 ເປີເຊັນລະບຸວ່າ ທຣໍ້ມເປັນບັນຫາໃຫຍ່ທີ່ສຸດ ຮອງລົງມາຄື ຕູລະກີ
17 ເປີເຊັນ ເກົາຫຼີເໜືອ 10 ເປີເຊັນແລະຣັດເຊຍ 8 ເປີເຊັນ
ຫຼັງຈາກທີ່ ໂດນັລ
ທຣໍ້າ ໄດ້ເຂົ້າຮັບຕໍ່າແໜ່ງ ໄດ້ນໍາສະຫະລັດ ຖອນຕົວອອກຈາກຂໍ້ຕົກລົງຫຼຸດໂລກຮ້ອນປນຣີດ
ບໍ່ຮັບຮອງຂໍ້ຕົກລົງທີ່ອີ່ຫຼ່ານເຮັດໄວ້ກັບຊາດມະຫາອໍານາດ ວິຈານບັນຫາຂາດດຸນການຄ້າກັບເຢຍລະມັນແລະເປັນພັນທະມິດທາງທະຫານໃນອົງການສົນທິສັນຍາປ້ອງກັນຕົວເອງກັບແອັດແລນຕິກເໜືອ(ນາໂຕ)


Post a Comment