ສາຍຫື່ນຖືກໃຈ! ສານສະຫະລັດ ອານຸຍາດໃຫ້ສາວໃນບາຣ໌ແກ້ເຄື່ອງໂຊໜ້າເອິກ ເສີບກາເຟ


ພະນັກງານສາວປະຈໍາຮ້ານແຄນດີ ເກີຣ໌ສ ເອສເປຣສໂຊ ໃນເມືອງເອເວີເຣດຕ໌ໃນລັດວໍຊີງຕັນ ຫຼັງຈາກເຈົ້າໜ້າຂອງເມືອງສັ່ງຫ້າມພວກນາງ ແກ້ເຄື່ອງໃນສ່ວນເທິງເສິບກາເຟແກ່ລູກຄ້າ ດັ່ງນັ້ນສາວໆຈຶ່ງຈຶ່ງຢື່ນເລື່ອງຕໍ່ສານເພື່ອຄັດຄ້ານຄໍາສັ່ງຂອງເມືອງ
ສາວໆຄັດຄ້ານຄໍາສັ່ງ ໂດຍອ້າງວ່າ ກົດໝາຍທີ່ເມືອງບັງຄັບໃຊ້ນັ້ນລະເມີດສິດທິຕາມລັັດຖະທໍາມະນູນຂອງນາງ ເຊິ່ງລ່າສຸດສານກໍ່ເຫັນພ້ອມດ້ວຍແລະພິພາກສາວ່າພວກນາງຄວນໄດ້ຮັບອານຸຍາດໃຫ້ແຕ່ງຊຸດໃດກໍ່ໄດ້ເຮັດວຽກຕາມຄວາມຕ້ອງການ

ເຈົ້າໜ້າທີ່ເມືອງກ່າວໂທດວ່າ ການແຕ່ງກາຍໃນຊຸດທີ່ໂປ້ເປີຍຂອງສາວເສີບເປັນຕົ້ນເຫດຂອງການເພີ່ມຂື້ນຂອງອາດຊະນາກໍາທາງເພດແລະກ່າວຫາສາວເສີບວ່າແຕ່ງຕົວບໍ່ເໝາະສົມໃນທີ່ສາທາລະນະ
ຄໍາຕັດສິນຂອງສານເປັນໄປຕາມຂໍ້ຮຽກຮອງຂອງທະນາຍຂອງພວກສາວເສີບ ທີ່ບອກກັບສື່ມວນຊົນສະຫະລັດວ່າ ຄໍາສັ່ງແບນຄືການເຮັດໃຫ້ການເເຕ່ງກາຍຂອງສາວເສີບເປັນອາດຊະຍາກໍາ ແຕ່ຄວາມຈິງແລ້ວມັນບໍ່ໄດ້ເປັນແນວນັ້ນເລີຍ




ไม่มีความคิดเห็น