ຣັດເຊຍຕິດຕັ້ງ ເອສ-400 ລຸ່ນໃໝ່ໃນໄຄຣເມຍ ຫຼັງຈາກທີ່ສະຫະລັດຂາຍອາວຸດຊຸດໃໝ່ໃຫ້ຢູເຄຣນ(ຊົມຄລິບ)



ສໍານັກຂ່າວຕ່າງປະເທດລາຍງານຈາກກຸງມົດສະກູ ປະເທດຣັດເຊຍໃນວັນທີ່ 14 ມັງກອນວ່າ ກອງທັບຣັດເຊຍນໍາລະບົບຂີປະນາວຸດປ້ອງກັນໄພທາງອາກາດ ເອສ-400 ລຸ່ນລ່າສຸຊື່່ ໄທຣອໍາພ໌ ເຊິ່ງສາມາດສະກັດແລະໂຈມຕີເເປົ້າໝາຍທາງອາກາດໃນລັດສະໝີ400ກິໂລແມັດແລະຂີປະນາວຸດໃນໄລຍະ 60 ກິໂລແມັດ ໄປຕິດຕັ້ງທີ່ສະຫະລັດໄຄຣເມຍ
 ຄລິບ:
ການເຄື່ອນໄຫວ ເກີດຂື້ນຫຼັງຈາກທີສະຫະລັດ ໄດ້ອະນຸມັດໃຫ້ມີການຂາຍລະບົບປ້ອງກັນຂີປະນາວຸດແລະລະບົບອາວຸດຕໍ່ຕ້ານລົດຖັງຈາເວລິນ ໃຫ້ກັບຢູເຄຣນ ມີລາຍງານເພີ່ມຕື່ມອີກວ່າລະບົບປ້ອງກັນໄພທາງອາກາດເອສ-400 ຊຸດໃໝ່ນີ້ຈະຖືກຕິດຕັ້ງໃກ້ກັບເມືອງເຊວາສໂຕໂປລແລະຄວບຄຸມນ່ານຟ້າເໜືອຊາຍເເດນຕິດຢູເຄຣນລະບົບເອສ-400 ນັ້ນອອກແບບໄວ້ເພື່ອປ້ອງກັນໄພທາງອາກາດທີຣັດເຊຍສາມາດປັບເຂົ້າສູ່ໂໝດສູ້ຮົບພາຍໃນເວລາບໍ່ຮອດ 5 ນາທີ

ไม่มีความคิดเห็น