ເກີດອຸປະຕິເຫດ! ເຮືອບິນໂດຍສານຕູລະກີ ອອກນອກຣັນເວເກືອບຕົກທະເລ
ສໍານັກຂ່າວຕ່າງປະເທດລາຍງານຈາກປະເທດຕຸລະກີໃນວັນທີ່
14 ມັງກອນ ວ່າໂທລະພາບຊີເອັນເອັນ ເຕີກລາຍງານວ່າ ເຮືອບິນໂດຍສານໂບອີ້ງ 737 ຂອງສາຍການບິນພີກາຊັສ
ເກີດອຸປະເຫດແລ່ນອອກນອກຣັນເວຂະນະທີ່ພະຍາມຍາມລົງຈອດທີ່ສະໜາມບິນໃນເມືອງແທຣບຊອນແຄມຝັ່ງທະເລດໍາພາກເໜືອຂອງຕຸລະກີ
ໃນຕອນຄໍ່າຂອງວັນເສົາທີ່ຜ່ານມາ ຫຼັງຈາກອອກເດີນທາງຈາກກຸງອັງກາຣາເມືອງຫຼວງຂອງຕຸລະກີສູ່ປາຍທາງທີ່ເມືອງແທໜບຊອນ
ແຕ່ກໍເກີດອຸປະຕິເຫດແລະເຮັດໃຫ້ເຮືອບິນຄ້າງຢູ່ແຄມໜ້າຜາຫ່າງຈາກທະເລພຽງບໍ່ທໍ່ໃດແມັດ
ຫຼັງຈາກເກີດອຸປະຕິເຫດທາງສາຍການບິນໄດ້ອອກຖະແຫຼງການວ່າບໍມີຜູ້ໄດ້ຮັບບາດເຈັບຫຼືເສຍຊີວິດໃນກຸ່ມຂອງຜູ້ໂດຍສານ
162 ຄົນໃນເຮືອບິນ ລແລະລູກເຮືອກໍຄືກັນໃນນັ້ນມີ 6 ຄົນ ນັກບິນ 2
ຄົນແລະພະນັກງານຕ້ອນຮັບເທິງເຮືອບິນອີກ 4 ຄົນ ໄດ້ຮັບການຊ່ວຍເຫຼືອແລະອົບພະຍົບອອກຈາກເຮຶອບິນໄດ້ສໍາເລັດ
ສ່ວນສາເຫດຍັງບໍ່ທັນຊັດເຈນຍັງຢູ່ລະຫວ່າງການສືບສວນ


Post a Comment